ອາສາສະໝັກຊາວໜຸ່ມ ຄວທ ຮ່ວມໃຈສານຝັນເພື່ອນ້ອງ

ອາສາສະໝັກຊາວໜຸ່ມ ຄວທ ຮ່ວມໃຈສານຝັນເພື່ອນ້ອງ Youth Volunteer of NUOL, Faculty of Natural Science
ວິທະຍາອາສາ ວິທະຍາອາສາຊ່ວຍເຫຼືອສັງຄົມ

🥰🥰
08/06/2024

🥰🥰

ຕອນເຊົ້າວັນທີ່ 1.6.2024 ~🌲  ທາງທີມງານ ວິທະຍາອາສາ ໄດ້ເຮັດກິດຈະກຳອະນາໄມ,ເກັບຂີ້ເຫຍື້ອ ເພື່ອຕ້ອນຮັບ"ວັນເດັກນ້ອຍ ສາກົນຄົບຮອບ...
01/06/2024

ຕອນເຊົ້າວັນທີ່ 1.6.2024 ~🌲
ທາງທີມງານ ວິທະຍາອາສາ ໄດ້ເຮັດກິດຈະກຳອະນາໄມ,ເກັບຂີ້ເຫຍື້ອ ເພື່ອຕ້ອນຮັບ"ວັນເດັກນ້ອຍ ສາກົນຄົບຮອບ 100ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ44ປີ" ເຊິ່ງນຳພາໂດຍ ທ່ານ ປອ ແສງທອງ ບຸນຍາວົງ ປະທານວິທະຍາອາສາ ລຸ້ນທີ່ V
Happy International Children's day and National Tree planting day 👩‍🔬👨‍🔬🌱🌲
#ວິທະຍາອາສາ #ອາສາສະໝັກ #ຊາວໜຸ່ມມຊ #ມຊ

3.6.2022🌱🪴🌳 ເນື່ອງໃນໂອກາດ ວັນປູກຕົ້ນໄມ້ ແລະ ວັນເດັກນ້ອຍ 1.6.2022🌱  ທາງວິທະຍາອາສາໄດ້ຈັດເຮັດກິດຈະກຳປູກຕົ້ນໄມ້ ແລະ ອະນາໄມພາ...
06/06/2023

3.6.2022🌱🪴🌳
ເນື່ອງໃນໂອກາດ ວັນປູກຕົ້ນໄມ້ ແລະ ວັນເດັກນ້ອຍ 1.6.2022🌱
ທາງວິທະຍາອາສາໄດ້ຈັດເຮັດກິດຈະກຳປູກຕົ້ນໄມ້ ແລະ ອະນາໄມພາຍໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ດ້ວຍ ທິດຊີ້ນຳຂອງ ທ່ານ ນາງ ຈິດນາວັນ ພອນຄຳມາ ປະທານຂອງວິທະຍາອາສາ.
"ຕົ້ນໄມ້ນ້ອຍໃນມື້ນີ້ຈະເປັນຮົ່ມໃຫຍ່ໃນເມື່ອໜ້າ" ວິທະຍາອາສາຂໍເຊີນຊວນບັນດາທ່ານຈົ່ງຊ່ວຍກັນປົກປັກຮັກສາ ແລະ ຮ່ວມກັນປູກຕົ້ນໄມ້,ຮັກສາສິ່ງແວດລ້ອມໃຫ້ຄຽງຄູ່ສົງຄົມລາວ ເພື່ອໃຫ້ສັງສົມລາວເປັນພື້ນທີ່ສີຂຽວຕະຫລອດໄປ👏👏

ຂໍຂອບໃຈ ທ່ານ ນາງ ແກ້ວພາວັນ ວົງພະຈັນ  ທີ່ໄດ້ມອບເສື້ອຜ້າເປັນຈຳນວນ 3 ແກັດ ໃຫ້ກັບຄັງຂອງວິທະຍາອາສາເພື່ອຈັດກຽມສົ່ງມອບຊ່ວຍເຫຼືອ...
17/03/2023

ຂໍຂອບໃຈ ທ່ານ ນາງ ແກ້ວພາວັນ ວົງພະຈັນ ທີ່ໄດ້ມອບເສື້ອຜ້າເປັນຈຳນວນ 3 ແກັດ ໃຫ້ກັບຄັງຂອງວິທະຍາອາສາເພື່ອຈັດກຽມສົ່ງມອບຊ່ວຍເຫຼືອໃຫ້ກັບນ້ອງໆທີ່ຢູ່ເຂດຫ່າງໄກ🥰🥰

17.3.2023📢  ໃນຕອນເຊົ້າ ທາງມະຫາວິທະຍາໄລແຫ່ງຊາດໄດ້ມີການຈັດກິດຈະກຳບໍລິຈາກເລືອດ ທາງວິທະຍາອາສາຂອງເຮົາກໍ່ໄດ້ເຂົ້າຮ່ວມບໍລິຈາກເລ...
17/03/2023

17.3.2023📢
ໃນຕອນເຊົ້າ ທາງມະຫາວິທະຍາໄລແຫ່ງຊາດໄດ້ມີການຈັດກິດຈະກຳບໍລິຈາກເລືອດ ທາງວິທະຍາອາສາຂອງເຮົາກໍ່ໄດ້ເຂົ້າຮ່ວມບໍລິຈາກເລືອດໃນງານຄັ້ງນີ້ ເຊິ່ງນຳພາໂດຍ ທ່ານ ນາງ ຈິດນາວັນ ພອນຄຳມາ ປະທານໂຄງການ ວິທະຍາອາສາ ອາສາສະໝັກຊາວໝຸ່ມ ຄວທ ຮ່ວມສານຝັນເພື່ອນ້ອງ 👩‍⚕️🥰

ວັນທີ່ 16.3.2023 ທາງ ອ້າຍ ກິດາວເພັດ ເປັນລຸ້ນອ້າຍຂອງທີມງານວິທະຍາອາສາ ທັງເປັນຫົວໜ້າອາສາ ລຸ້ນ 1 ໄດ້ມອບປື້ມພາສາອັງກິດໃຫ້ກັບທ...
15/03/2023

ວັນທີ່ 16.3.2023 ທາງ ອ້າຍ ກິດາວເພັດ ເປັນລຸ້ນອ້າຍຂອງທີມງານວິທະຍາອາສາ ທັງເປັນຫົວໜ້າອາສາ ລຸ້ນ 1 ໄດ້ມອບປື້ມພາສາອັງກິດໃຫ້ກັບທາງວິທະຍາອາສາຈຳນວນໜຶ່ງ ທາງວິທະຍາອາສາກໍຂໍຂອບໃຈໃນນ້ຳໃຈທາງລຸ້ນອ້າຍເພິ່ນທີ່ສົ່ງມອບໃຫ້ກັບນ້ອງໆຜ່ານທາງ ວິທະຍາອາສາຂອງພວກເຮົາ🥰🥰

🚨ສະບາຍດີບັນດາທ່ານ 🚨  ຂໍເຊີນຊວນບັນດາທ່ານ ຄູ-ອາຈານ,ນັກສຶກສາທົ່ວທັງພາຍໃນ ແລະ ນອກມະຫາວິທະຍາໄລແຫ່ງຊາດ ຮ່ວມບໍລິຈາກເຄື່ອງ ບໍ່ວ່...
13/03/2023

🚨ສະບາຍດີບັນດາທ່ານ 🚨
ຂໍເຊີນຊວນບັນດາທ່ານ ຄູ-ອາຈານ,ນັກສຶກສາທົ່ວທັງພາຍໃນ ແລະ ນອກມະຫາວິທະຍາໄລແຫ່ງຊາດ ຮ່ວມບໍລິຈາກເຄື່ອງ ບໍ່ວ່າຈະເປັນ:
1.ເສື້ອຜ້າມືສອງທີ່ທ່ານບໍ່ໃຊ້ແລ້ວ
2.ອຸປະກອນການຮຽນ,ເຄື່ອງຂຽນທັງໃຫມ່ ແລະ ເກົ່າ
3.ເຄື່ອງຊຸດທີ່ນອນ
4.ອາຫານແຫ້ງ
5.ອຸປະກອນຄັອມພິວເຕີມືສອງ,ເຄື່ອງໄຟຟ້າ
5.ອຸປະກອນການກິລາທຸກປະເພດ
ຖ້າຫາກທ່ານໃດຫາກຕ້ອງການບໍລິຈາກກໍ່ສາມາດຕິດຕໍ່ໄດ້ທາງເພຈ ຫລື ທາງ ເບີໂທ:020 56165123
"ເຄື່ອງຂອງເກົ່າຂອງທ່ານໃນມື້ນີ້ ຈະເປັນເຄື່ອງຂອງໃຫມ່ສຳຫລັບເຂົາເຈົ້າ"

🚨ຕອນເຊົ້າວັນທີ່ 4.3.2023 🚨   ນ້ອງໆອາສາ ລຸ້ນ 4 ຂອງຫ້ອງການວິທະຍາອາສາ ໄດ້ຮ່ວມກັນເຮັດກິດຈະກຳ ແຈກຢາຍບັດສະມາຊິກໃຫ້ກັບນ້ອງໆໃຫມ່...
06/03/2023

🚨ຕອນເຊົ້າວັນທີ່ 4.3.2023 🚨
ນ້ອງໆອາສາ ລຸ້ນ 4 ຂອງຫ້ອງການວິທະຍາອາສາ ໄດ້ຮ່ວມກັນເຮັດກິດຈະກຳ ແຈກຢາຍບັດສະມາຊິກໃຫ້ກັບນ້ອງໆໃຫມ່ ທີ່ຫ້ອງການ ວິທະຍາອາສາ ຄະນະວິທະຍາສາດທຳມະຊາດ ມຊ
- ນອກຈາກນັ້ນກໍ່ຍັງໄດ້ມີການຄັດແຍກເຄື່ອງເພື່ອກຽມພ້ອມສົ່ງມອບໃຫ້ກັບນ້ອງໆຜູ້ທີ່ຢູ່ເຂດຫ່າງໄກນຳອີກ🥰
#ວິທະຍາອາສາ
#ອາສາທີ່ຫນ້າຮັກ
#ອາສາສະໝັກຊາວໜຸ່ມຄວທຮ່ວມສານຝັນເພື່ອນ້ອງ

ໃນຕອນເຊົ້າຂອງວັນທີ່ 5.12.2022 ຖືເປັນຂ່າວດີຂອງທາງວິທະຍາອາສາ ທີ່ໄດ້ຮັບລາງວັນ "ອາສາສະໜັກດີເດັ່ນປະຈຳປີ 2022" ຂອງທາງອົງການຊາວ...
05/12/2022

ໃນຕອນເຊົ້າຂອງວັນທີ່ 5.12.2022 ຖືເປັນຂ່າວດີຂອງທາງວິທະຍາອາສາ ທີ່ໄດ້ຮັບລາງວັນ "ອາສາສະໜັກດີເດັ່ນປະຈຳປີ 2022" ຂອງທາງອົງການຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບ ອົງການ United Nations Lao PDR ຂື້ນຮັບລາງວັນໂດຍ ທ່ານ ນາງ ຈິດນາວັນ ພອນຄຳມາ ປະທານວິທະຍາອາສາ.
ຖືເປັນລາງວັນອັນຊົງກຽດທີ່ສຸດທີ່ທາງວິທະຍາອາສາຂອງພວກເຮົາໄດ້ຮັບໃນປີ 2022 ນີ້ ທາງວິທະຍາອາສາຂອງພວກເຮົາຈະບໍ່ຢຸດພຽງເທົ່ານີ້ຈະຂໍສ້າງຜົນງານສືບຕໍ່ໄປດັ່ງສະໂລແກນ "We do as we can"
ສຸດທ້າຍ ,ຂໍຂອບໃຈທາງທີມງານ ແລະ ສະມາຊິກອາສາທຸກທ່ານທັງສິດເກົ່າ ແລະ ໃໝ່ ທີ່ໃຫ້ການສະຫນັບສະຫນູນ ແລະ ຊ່ວຍເຫລືອກັນຈົນເຖິງທຸກມື້ນີ້.
#ວິທະຍາອາສາ #ຄວທ #ມຊ
Youth Volunteer of NOUL, Faculty of Natural Science ວິທະຍາອາສາ ຄະນະວິທະຍາສາດທໍາມະຊາດ

ທາງວິທະຍາອາສາຂໍເຊີນທຸກທ່ານເຂົ້າຮ່ວມແຄັມເປນ   🚫❌ "ຄຳເວົ້າຂອງເຈົ້າອາດຈະປຽ່ນແປງຊີວິດຂອງຄົນໆໜຶ່ງໄປຕະຫຼອດການ" ເພື່ອເປັນໜຶ່ງກຳ...
02/09/2022

ທາງວິທະຍາອາສາຂໍເຊີນທຸກທ່ານເຂົ້າຮ່ວມແຄັມເປນ
🚫❌
"ຄຳເວົ້າຂອງເຈົ້າອາດຈະປຽ່ນແປງຊີວິດຂອງຄົນໆໜຶ່ງໄປຕະຫຼອດການ" ເພື່ອເປັນໜຶ່ງກຳລັງໃຈໃຫ້ກັບບຸກຄົນທີ່ຖືກບູລີ້ໃນສັງຄົມ.
ຍຸກສັງຄົມປະຈຸບັນຍັງມີການບູລີ້ໃນສັງຄົມຫຼາຍຮູບແບບ, ສັງຄົມເຮົາຈະໜ້າຢູ່ຂື້ນ,ຖ້າຫາກເຮົາຮູ້ຈັກໃຫ້ກຽດເຊິ່ງກັນ ແລະ ກັນ.
ດັ່ງນັ້ນ, ຢຸດການບູລີ້ຄົນອື່ນດ້ວຍຄຳເວົ້າ,ທ່າທາງ,ສີໜ້າ ,ແລະ ໃນສື່ອອນໄລນ໌ທຸກປະເພດ ທຸກຄົນລ້ວນແລ້ວແຕ່ມີໜ້າຕາ,ໃບໜ້າ,ຮູບຮ່າງຂອງໂຕເອງ ດັ່ງນັ້ນ ຢຸດການບູລີ້ຄົນອື່ນໃນສັງຄົມໄດ້ແລ້ວອາດຈະຕົ້ງໃຈ ຫຼື ບໍ່ກໍ່ຕາມ📌
Now!!!!!!!
#ອາສາສະໝັກຊາວໜຸ່ມຄວທຮ່ວມສານຝັນເພື່ອນ້ອງ
#ວິທະຍາອາສາ2022🇱🇦

21.08.2022 Ep1  ເສັດສິ້ນພາລະກິດໄປສຳລັບງານ "ກິລາສີສາມັກຄີວິທະຍາອາສາ 2022".   ທີມທີ່ຊະນະການແຂ່ງຂັນໂຕ້ວາທີແມ່ນທີມ D.   ຮອງຊ...
22/08/2022

21.08.2022 Ep1
ເສັດສິ້ນພາລະກິດໄປສຳລັບງານ "ກິລາສີສາມັກຄີວິທະຍາອາສາ 2022".
ທີມທີ່ຊະນະການແຂ່ງຂັນໂຕ້ວາທີແມ່ນທີມ D.
ຮອງຊະນະເລີດແມ່ນ ທີມ A.
ເຊິ່ງເປັນກິດຈະກຳຮັບນ້ອງໃໝ່ -ສົ່ງທ້າຍອາສາເກົ່າຂອງວິທະຍາອາສາ .
ຂອບໃຈ ທາງ ອຈ ຈິດນາວັນ ພອນຄຳມາ ຄະນະບໍລິຫານງານຊາວຫນຸ່ມ ຄວທ ທັງເປັນ ປະທານວິທະຍາອາສາທີ່ສະຫຼະເວລາເຂົ້າຮ່ວມກິດຈະກຳໃນຄັ້ງນີ້ດ້ວຍ🥰🥰🥰.
ຕິດຕາມການເຄື່ອນໄຫວຜົນງານໄດ້ທາງເພຈ:
"ອາສາສະໝັກຊາວໜຸ່ມ ຄວທ ຮ່ວມສານຝັນເພື່ອນ້ອງ"
#ວິທະຍາອາສາ
#ຊາວໜຸ່ມຄວທ
#ຄະນະວິທະຍາສາດທຳມະຊາດ
#ມະຫາວິທະຍາໄລແຫ່ງຊາດ.

Address

Dongdok
Vientiane

Website

Alerts

Be the first to know and let us send you an email when ອາສາສະໝັກຊາວໜຸ່ມ ຄວທ ຮ່ວມໃຈສານຝັນເພື່ອນ້ອງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category