10/02/2026
ນ້ຳເບີ 05: ຈາກປະສົບການດ້ານທຸລະກິດ ແລະ ການຊ່ວຍເຫຼືອສັງຄົມ ສູ່ຄວາມຕັ້ງໃຈຮັບໃຊ້ສ່ວນລວມ
ສະບາຍດີ ທຸກໆທ່ານ,
ຕາງໜ້າ ສະຫະພັນກິລາອ໊ອບໂຣດ ນະຄອນຫຼວງວຽງຈັນ Lao Offroad.
ຂໍຝາກທ່ານ ວິຣະໄຊຄຳ ພິລະພັນເດຊ, ປະທານ ສະຫະພັນກິລາອ໊ອບໂຣດ ນະຄອນຫຼວງວຽງຈັນ Lao Offroad. ເຂົ້າຮັບໃຊ້ຊາດໃນນາມຜູ້ລົງສະໝັກເລືອກຕັ້ງ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະຈຳເຂດເລືອກຕັ້ງ ເມືອງ ສີສັດຕະນາກ. ນ້ຳເບີ5.
ທ່ານ ເກີດເມື່ອວັນທີ 18 ສິງຫາ 1980 ທີ່ບ້ານ ຫາຍໂສກ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ປັດຈຸບັນຢູ່ ບ້ານ ສະຫວ່າງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ; ຊົນເຜົ່າ: ລາວລຸ່ມ, ສາດສະໜາ: ພຸດ,
ລະດັບວິຊາສະເພາະ ຈົບປະລິນຍາຕີ, ສາຂາວິຊາ: ວິທະຍາສາດ (ມະຫາວິທະຍາໄລ ນິວຊ້າວເວວ ຊິດນີ້ ປະເທດໂອສສະຕາລີ) ແລະ ປະລິນຍາໂທ ສາຂາວິຊາ: ບໍລິຫານການເມືອງ-ການປົກຄອງ (ສະຖາບັນບັນດິດພັດທະນາບໍລິຫານສາດ ປະເທດໄທ).
ຈາກລະດັບການສຶກສາທີ່ກ່າວມານັ້ນ, ປັດຈຸບັນ ທ່ານເປັນ ປະທານ ແລະ ຜູ້ອໍານວຍການ ບໍລິສັດ ອີຊູຊູ ລາວ ບໍລິການ ຈໍາກັດ ຜູ້ດຽວ, ຮອງປະທານ ບໍລິສັດ ເຄພີ ຈຳກັດ, ຜູ້ອຳນວຍການ ບໍລິສັດ ເຄພີ 3ຈີ ແລະ ໂນມຸຣະ ເທຣດດິ້ງ ຈໍາກັດ ແລະ ທັງເປັນປະທານ ສະຫະພັນກິລາອ໊ອບໂຣດ ນະຄອນຫຼວງວຽງຈັນ, ຊຶ່ງຕາມລໍາດັບແມ່ນຜູ້ລົງສະໝັກ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ປະຈຳເຂດເລືອກຕັ້ງ ເມືອງສີສັດຕະນາກ ນໍ້າເບີ 5.
ການບໍລິຫານທຸລະກິດ-ການຄ້າ, ການລົງທຶນ ຢູ່ພາຍໃນ ແລະ ລະຫວ່າງປະເທດ ທີີ່ທ່ານໄດ້ຮັບຜິດຊອບ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຢ່າງຍິ່ງ ເນື່ອງຈາກຕ້ອງມີການວາງແຜນ, ຈັດຕັ້ງອົງກອນ, ສັ່ງການ ແລະ ຄວບຄຸມຊັບພະຍາກອນຕ່າງໆ ເປັນຕົ້ນ ແຜນຄົນ, ແຜນເງິນ, ວິທີການຈັດການ ໃຫ້ເປັນລະບົບ ເພື່ອໃຫ້ບັນລຸວັດຖຸປະສົງ ແລະ ເປົ້າໝາຍຂອງອົງກອນຢ່າງມີປະສິດທິພາບ ແລະ ເກີດປະໂຫຍດສູງສຸດ. ຕະຫຼອດເສັ້ນທາງການເຮັດວຽກທັງໃນພາກທຸລະກິດ, ການບໍລິຫານອົງກອນ, ການເຮັດວຽກກັບພະນັກງານ ແລະ ການຮ່ວມກິດຈະກຳຊ່ວຍເຫຼືອສັງຄົມ ທີ່ຜ່ານມາ
ທ່ານໄດ້ໃຫ້ຄຳຄິດເຫັນຢູ່ສະເໝີວ່າ “ຄົນ” ແມ່ນຫົວໃຈຂອງທຸກຄວາມສໍາເລັດ.
ການບໍລິຫານທີ່ດີ ບໍ່ແມ່ນການສັ່ງການຈາກຂ້າງເທິງ
ແຕ່ແມ່ນການຮັບຟັງຈາກຂ້າງລຸ່ມ
ການເຂົ້າໃຈບັນຫາຈາກຄວາມເປັນຈິງ
ແລະ ການກ້າຮັບຜິດຊອບກັບທຸກການຕັດສິນໃຈ
ດ້ວຍ ປະສົບການທີ່ສັ່ງສົມມາ ບໍ່ຄວນຢຸດຢູ່ແຕ່ຄວາມສຳເລັດສ່ວນຕົວ
ແຕ່ຄວນຖືກນຳມາແບ່ງປັນ ແລະ ນຳໃຊ້ເພື່ອປະໂຫຍດສ່ວນລວມ ກໍ່ຄືປະເທດຊາດ
ເພື່ອສ້າງລະບົບທີ່ດີ, ສັງຄົມທີ່ເຂັ້ມແຂງ
ແລະ ອະນາຄົດທີ່ໝັ້ນຄົງໃຫ້ກັບຊາວນະຄອນຫຼວງວຽງຈັນ ກໍ່ຄືຊາວເມືອງ ສີສັດຕະນາກ.
ການຮັບໃຊ້ສ່ວນລວມ ສຳລັບທ່ານ
ບໍ່ແມ່ນໜ້າທີ່ຊົ່ວຄາວ
ແຕ່ແມ່ນພາລະກິດຂອງຫົວໃຈ
ທີ່ພ້ອມຈະເຮັດດ້ວຍຄວາມສັດຊື່ ດ້ວຍຄວາມຈິງໃຈ
ທ່ານມີຄວາມເຊື່ອໝັ້ນວ່າ ຈະເອົາມານຳໃຊ້ເພື່ອຈະເຮັດໃຫ້ ຊາວນະຄອນຫຼວງວຽງຈັນ ກໍ່ຄືຊາວເມືອງສີສັດຕະນາກ ໃຫ້ມີຄວາມກ້າວໜ້າຮຸ່ງເຮືອງຂຶ້ນ ຕາມກົນໄກເສດຖະກິດຕະຫຼາດ ກໍ່ຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ. ນີ້ແມ່ນເຫດຜົນສຳຄັນ ທີ່ທ່ານໄດ້ ຂໍອາສາເຂົ້າມາເຮັດໜ້າທີ່ ເພື່ອຜັກດັນການພັດທະນາທຸລະກິດພາກລັດ ແລະ ເອກະຊົນໃຫ້ມີການຂະຫຍາຍຕົວສົມຄູ່ກັນໄປ.
ທ່ານມີຄວາມຕັ້ງໃຈຈິງເພື່ອ ທຸ້ມເທເຫື່ອແຮງ ສະຕິປັນຍາ ແລະ ຄວາມສາມາດ ປະກອບສ່ວນໃນການພັດທະນານະຄອນຫຼວງວຽງຈັນ ກໍ່ຄືເມືອງສີສັດຕະນາກ ໃຫ້ກ້າວຂຶ້ນຕາມລໍາດັບ, ຈະເຮັດວຽກດ້ວຍຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບສູງ, ນຳເອົາຄວາມຄິດຄວາມເຫັນ ແລະ ຄຳສະເໜີຂອງປະຊາຊົນ ເພື່ອສະເໜີຕໍ່ສະພາປະຊາຊົນນະຄອນຫຼວງວຽງຈັນ, ຄະນະປະຈໍາສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອພິຈາລະນາ, ແກ້ໄຂຕາມພາລະບົດບາດຂອງແຕ່ລະພາກສ່ວນ, ຈະປະຕິບັດໜ້າທີ່ດ້ວຍຄວາມຈິງໃຈ ແລະ ສັດຊື່ບໍລິສຸດ, ເຄົາລົບນັບຖືຜູ້ມີສິດເລືອກຕັ້ງ, ມີຄວາມຮັບຜິດຊອບ ແລະ ເປັນຜູ້ຮັບໃຊ້ທີ່ດີ. ພ້ອມກັນນີ້ ກໍຂໍເຊີນຊວນ ພໍ່-ແມ່ພີີ່ນ້ອງ ຜູ້ທີີ່ໄດ້ຮັບສິດໃນການປ່ອນບັດເລືອກຕັ້ງ ຈົ່ງໄປໃຊ້ສິດຂອງຕົນຢ່າງເຕັມສ່ວນ ໃນມື້ວັນທີ 22 ກຸມພາ 2026 ທີີ່ຈະມາເຖິງນີ້.
ໂປ່ງໃສ, ພັດທະນາ ຢ່າລືມເບີ 5, ພໍ່ແມ່ພີ່ນ້ອງ. 555 ແມ່ນມີຄວາມສຸກ.