Aviation Talk Laos

Aviation Talk Laos Aviation Talk ຄັ້ງທໍາອິດຂອງລາວ ,ເວທີແຫ່ງການສ້າງແຮງບັນດານໃຈໃຫ້ກັບຄົນທີ່ມັກຮັກໄຝ່ຝັນດ້ານການບິນ...

ການບິນລາວ ໃນແຕ່ລະຍຸກສະໄໝ 💙
29/07/2026

ການບິນລາວ ໃນແຕ່ລະຍຸກສະໄໝ 💙

09/07/2026

🚨 ອັບເດດເຫດການ ເຮືອບິນຂົນສົ່ງສິນຄ້າ Cargo ລຸ້ນ B737-400 ທະບຽນ AP-BOI ສັນຊາດປາກີສະຖານ ຂາດການຕິດຕໍ່ ແລະ ສູນຫາຍ ເໜືອເຂດມະຫາສະໝຸດອິນເດຍ ກ່ອນຈະເຖິງປາກີສະຖານ ຫຼັງຈາກຂຶ້ນບິນມາຈາກປະເທດ UAE

😮ສາວແອ ສາຍການບິນແຫ່ງໜຶ່ງ ຖືກຈັບຂໍ້ຫາລັກລອບຂົນສິ່ງເສບຕິດ‼️📢 ພະນັກງານຕ້ອນຮັບຂອງສາຍການບິນແຫ່ງໜຶ່ງ ໄດ້ຖືກຕຳຫຼວດກວດຄົນເຂົ້າເມ...
29/06/2026

😮ສາວແອ ສາຍການບິນແຫ່ງໜຶ່ງ ຖືກຈັບຂໍ້ຫາລັກລອບຂົນສິ່ງເສບຕິດ‼️

📢 ພະນັກງານຕ້ອນຮັບຂອງສາຍການບິນແຫ່ງໜຶ່ງ ໄດ້ຖືກຕຳຫຼວດກວດຄົນເຂົ້າເມືອງເຂົ້າຈັບກຸມ ໃນການລັກລອບຂົນສິ່ງເສບຕິດເຂົ້າປະເທດ Australia 🇦🇺 ມູນຄ່າຫຼາຍກວ່າ 5 ແສນໂດລາ

ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງຂອງສະໜາມບິນ Melbourne ເຂົ້າກວດສອບກະເປົາຂອງ ພະນັກງານສາຍການບິນ ເພດຍິງ ອາຍຸ 26 ປີ ສັນຊາດໄທ ແລ້ວໄດ້ກວດພົບ ຜົງສີຂາວຈຳນວນຫຼາຍ ພາຍໃນກະເປົາຜ້າລາຍຊ້າງ ແລະ ໄດ້ພິສູດອອກມາວ່າ ເປັນສານເຮໂລອິນ ເຊິ່ງຕີລາຄາໃນຕະຫຼາດມືດໄດ້ປະມານ 5 ແສນໂດລາ ( AUD )

ໜ່ວຍງານ AFP ກ່າວວ່ານີ້ບໍ່ແມ່ນຄັ້ງທຳອິດທີ່ ພະນັກງານສາຍການບິນ ໃຊ້ຈຸດບອດຂອງລະບົບ ທີ່ກວດສອບພະນັກງານສາຍການບິນ ກ່ອນເຂົ້າປະເທດເນື່ອງຈາກ ອາຊີບພະນັກງານສາຍການບິນ ມີຄວາມໜ້າເຊື່ອຖືສູງ ແຕ່ຫຼັງຈາກນີ້ທາງການ Australia ຈະໄດ້ກວດສອບລະບົບກວດກາພະນັກງານສາຍການບິນເຂັ້ມງວດຂຶ້ນກ່ອນເກົ່າ

ເຫດການດັ່ງກ່າວເຮັດໃຫ້ພາບລັກຄວາມໜ້າເຊື່ອຖື ໃນນາມພະນັກງານສາຍການບິນຫຼຸດຕ່ຳລົງ ເຖິງວ່າຈະເປັນສາຍການບິນລະດັບໂລກກໍຕາມ

✈️ ອັບເດດຕາຕະລາງການບິນໃໝ່ ຂອງສາຍການບິນລ້ານຊ້າງສາກົນ ✈️📱ເພາະການເດີນທາງຄືແຮງບັນດານໃຈ... 🎁ໃຫ້ພວກເຮົາພາທ່ານບິນສູ່ຈຸດໝາຍປາຍທາ...
28/06/2026

✈️ ອັບເດດຕາຕະລາງການບິນໃໝ່ ຂອງສາຍການບິນລ້ານຊ້າງສາກົນ ✈️
📱ເພາະການເດີນທາງຄືແຮງບັນດານໃຈ...
🎁ໃຫ້ພວກເຮົາພາທ່ານບິນສູ່ຈຸດໝາຍປາຍທາງດ້ວຍຄວາມສະດວກສະບາຍ
👇ເລີ່ມມີຜົນບັງຄັບໃຊ້ 01 ພະຈິກ 2026 ນີ້ເປັນຕົ້ນໄປ
--------------------------------------------------------------------------
✈️ New Flight Schedule Update
📱Fly with inspiration...
🎁Let us take you to your destination with
👇effective from 01July2026 operating with the reliable

‼️ເຜີຍເບື້ອງຫຼັງ ເຫດການອຸບັດຕິເຫດທີ່ເຮືອບິນນ້ອຍລຳໜຶ່ງ ບິນຕຳກັບຕຶກອາຄານສູງໃນນະຄອນຫຼວງປັກກິ່ງ, ປະເທດຈີນ ເມື່ອບໍ່ດົນມານີ້ສາ...
27/06/2026

‼️ເຜີຍເບື້ອງຫຼັງ ເຫດການອຸບັດຕິເຫດທີ່ເຮືອບິນນ້ອຍລຳໜຶ່ງ ບິນຕຳກັບຕຶກອາຄານສູງໃນນະຄອນຫຼວງປັກກິ່ງ, ປະເທດຈີນ ເມື່ອບໍ່ດົນມານີ້

ສາເຫດເບື້ອງຕົ້ນສັນນິຖາມວ່າ ໜ້າຈະແມ່ນ ຜູ້ຍິງຄົນດັ່ງກ່າວ ບິນຕຳເຂົ້າຕຶກອາຄານ ບໍລິສັດໂຕເອງ 😮😲

‼️ທ່ານຮູ້ບໍ່ວ່າ 📚ℹ️ສາຍການບິນ ໃນປະເທດອາຊຽນ ບ້ານເຮົາ ເປັນສະມາຊິກຂອງກຸ່ມພັນທະມິດ ສາຍການບິນຄົບທັງ 3 ກຸ່ມໃຫຍ່ຂອງໂລກຄື: STAR A...
25/06/2026

‼️ທ່ານຮູ້ບໍ່ວ່າ 📚ℹ️
ສາຍການບິນ ໃນປະເທດອາຊຽນ ບ້ານເຮົາ ເປັນສະມາຊິກຂອງກຸ່ມພັນທະມິດ ສາຍການບິນຄົບທັງ 3 ກຸ່ມໃຫຍ່ຂອງໂລກຄື: STAR ALLIANCE, ONEWORLD, SKYTEAM.

ປັດຈຸບັນ “ການບິນລາວ” ສາຍການບິນແຫ່ງຊາດລາວ ຍັງບໍ່ທັນໄດ້ເຂົ້າຮ່ວມກັບກຸ່ມການບິນໃດເທື່ອ ຖ້າວ່າອະນາຄົດ ການບິນລາວສາມາດເຂົ້າຮ່ວມກັບກຸ່ມພັນທະມິດການບິນໄດ້ ທ່ານຢາກເຫັນ ການບິນລາວ ເຂົ້າຮ່ວມກຸ່ມໃດຫຼາຍທີ່ສຸດ?

ກຸ່ມພັນທະມິດສາຍການບິນ Alliance ເປັນກຸ່ມທີ່ກໍ່ຕັ້ງຂຶ່ນມາເພື່ອ ຮ່ວມມືກັນໃນການອຳນວຍຄວາມສະດວກໃຫ້ກັບຜູ້ໂດຍສານທີ່ເດີນທາງໄປທົ່ວໂລກ ເຖິງວ່າຈະເປັນຄົນລະສາຍການບິນ ເຊັ່ນ: ການຕໍ່ຍົນ, ການຂົນສົ່ງກະເປົາ…

ຕົວຢ່າງ: ຖ້າທ່ານເປັນສະມາຊິກ Thai Airways ທ່ານສາມາດນຳໃຊ້ສິດທິຜົນປະໂຫຍດຂອງ Singapore Airlines ໄດ້ເຖິງວ່າຈະຄົນລະສາຍການບິນ ແຕ່ຢູ່ໃນກຸ່ມພັນທະມິດດຽວກັນ

All Nippon Airways ຫຼືສາຍການບິນ ANA ຂອງປະເທດຢີ່ປຸ່ນ ໄດ້ຈັດພິທິການສົ່ງທີມນັກເຕະທີມຊາດຢີ່ປຸ່ນ ເພື່ອໄປແຂ່ງຂັນໃນນາມ Samurai ...
22/06/2026

All Nippon Airways ຫຼືສາຍການບິນ ANA ຂອງປະເທດຢີ່ປຸ່ນ ໄດ້ຈັດພິທິການສົ່ງທີມນັກເຕະທີມຊາດຢີ່ປຸ່ນ ເພື່ອໄປແຂ່ງຂັນໃນນາມ Samurai Blue 💙⚽️
ເປັນການສົ່ງນັກກິລາທີມຊາດເປັນຕົວແທນຂອງຊາດໄປແຂ່ງຂັນໃນລະດັບໂລກ ຢ່າງອົບອຸ່ນ ພ້ອມກັບມອບຂອງທີ່ລະນຶກເພື່ອເປັນກຳລັງໃຈໃຫ້ບັນດານັກເຕະທີມຊາດທຸກຄົນ ໃຫ້ຄວ້າໄຊຊະນະກັບປະເທດ 🇯🇵💙💙💙

04/06/2026

ວິນາທີເກີດເຫດ‼️
ເຮືອບິນ Boeing 787 ຂອງສາຍການບິນ Lufthansa ຂອງປະເທດເຢຍລະມັນ ເກີດເຫດຂັດຂ້ອງ ທີ່ສະໜາມບິນແຟ້ງເຟີດ ໃນຂະນະທີ່ຈອດຢູ່ຕໍ່ໜ້າ Gate ເພື່ອກະກຽມຈະປະຕິບັດຖ້ຽວບິນຖ້ຽວຕໍ່ໄປ… ລາຍງານເບື້ອງຕົ້ນແມ່ນ ຖ້ຽວບິນດັ່ງກ່າວໄດ້ຖືກຍົກເລີກ ແລະ ບໍ່ມີໃຜໄດ້ຮັບບາດເຈັບຈາກເຫດການນີ້

ຍັງຈື່ກັນໄດ້ບໍ່ ເມື່ອ 2 ປີທີ່ແລ້ວ ໃນປີ 2024 ກັບເຫດການ SQ321 ສາຍການບິນ Singapore Airlines ເກີດການຕົກຫຼຸມອາກາດຮຸນແຮງ ຈົນເຮ...
21/05/2026

ຍັງຈື່ກັນໄດ້ບໍ່ ເມື່ອ 2 ປີທີ່ແລ້ວ ໃນປີ 2024 ກັບເຫດການ SQ321 ສາຍການບິນ Singapore Airlines ເກີດການຕົກຫຼຸມອາກາດຮຸນແຮງ ຈົນເຮັດໃຫ້ມີຜູ້ເສຍຊີວິດພາຍໃນຖ້ຽວບິນ

ຍ້ອນຮອຍເຫດການ SQ321 ຂອງ Singapore Airlines ເສັ້ນບິນ London-Singapore ໂດຍໃຊ້ເຮືອບິນລຸ້ນ Boeing 777-300ER ທະບຽນ 9V-SWM ຫຼັງຈາກທີ່ເຮືອບິນບິນມາຮອດເຂດນ່ານຟ້າປະເທດມຽນມາ ກໍເກີດມີອາການຕົກຫຼຸມອາກາດ ( Turbulence ) ຂັ້ນຮຸນແຮງອບບບໍ່ທັນໄດ້ຕັ້ງໂຕ ເຮັດໃຫ້ຜູ້ໂດຍສານ ແລະ ເຄື່ອງຂອງຕ່າງໆພາຍໃນຫ້ອງໂດຍສານເກີດຊະຊາຍ ແລະ ກະທົບກັບເພດານຫ້ອງໂດຍສານຫຼາຍຄັ້ງ

ນັກບິນຈຶ່ງໄດ້ຕັດສິນໃຈນຳເຄື່ອງ Divert ມາລົງສຸກເສີນທີ່ສະໜາມບິນສຸວັນນະພູມ, ປະເທດໄທ. ຈາກເຫດການດັ່ງກ່າວມີລາຍງານຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບອີກຈຳນວນຫຼາຍ ເຊິ່ງນັກບິນໄດ້ໃຫ້ສຳພາດວ່າ “ໃນຂະນະບິນ, ທ້ອງຟ້າແມ່ນປອດໂປ່ງ ແລະ ບໍ່ກວວພົບວ່າຈະມີເມກຝົນ ຫຼື ພາຍຸໃດໆ “

ນີ້ຄືເຫດຜົນທີ່ທ່ານຄວນໃສ່ສາຍຮັດແອວ ( Seat belt ) ຕະຫຼອດເວລາໃນຂະນະຢູ່ເທິງເຮືອບິນ ເພາະວ່າສະພາບອາກາດຢູ່ເທິງຟ້າ ເປັນສິ່ງທີ່ບໍ່ແນ່ນອນ ແລະ ຄາດການບໍ່ໄດ້ 100%

Address

Vientiane
0010

Website

Alerts

Be the first to know and let us send you an email when Aviation Talk Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Aviation Talk Laos:

Shortcuts

Share

Category