28/11/2025
ຂໍເຊີນໄວໜຸ່ມລາວເຂົ້າຮ່ວມໄດ້ເລີຍເດີ້.
ເປິດຮັບສະໝັກໄວໜຸ່ມລາວທົ່ວປະເທດເພື່ອເຂົ້າຮ່ວມ "ງານສຳມະນາພົບປະໄວໜຸ່ມ" ເພື່ອສົນທະນາແລກປ່ຽນຄວາມຄິດເຫັນ ແລະ ປະກອບສ່ວນເຂົ້າໃນການພັດທະນາສັງຄົມ ແລະ ຊຸມຊົນ ໃນຂົງເຂດ: ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການຮັກສາສິ່ງແວດລ້ອມ ແລະ ທຸລະກິດສີຂຽວ (Green Business), ເຕັກໂນໂລຊີ ແລະ ສື່ສານມວນຊົນ (Technology, Digital and Media literacy), ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ: ສິລະປະ, ວັດທະນະທຳ ແລະ ການທ່ອງທ່ຽວ.
🕒 ງານຈະຈັດຂຶ້ນໃນວັນທີ: 17 ມັງກອນ 2026, ທີ່ນະຄອນຫຼວງວຽງຈັນ
✨ເງື່ອນໄຂໃນການສະໝັກ:
- ເປັນໄວໜຸ່ມລາວທີ່ມີອາຍຸລະຫວ່າງ 18-35 ປີ.
- ເປັນໄວໜຸ່ມທີ່ເຮັດວຽກໃນອົງກອນ, ກຸ່ມ ຫຼື ອົງກອນສ່ວນບຸກຄົນທີ່ກ່ຽວພັນກັບການພັດທະນາຊຸມຊົນໃນຂົງເຂດ: ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການຮັກສາສິ່ງແວດລ້ອມ ແລະ ທຸລະກິດສີຂຽວ (Green Business), ເຕັກໂນໂລຊີ ແລະ ສື່ສານມວນຊົນ (Technology, Digital and Media literacy), ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ: ສິລະປະ, ວັດທະນະທຳ ແລະ ການທ່ອງທ່ຽວ.
- ໄວໜຸ່ມທີ່ມີຄວາມພິການ ຫຼື ອາໄສຢູ່ຕ່າງແຂວງກໍສາມາດສະໝັກໄດ້ເດີ້. (ສຳລັບໄວໜຸ່ມຕ່າງແຂວງທີ່ຖືກຄັດເລືອກເຂົ້າຮ່ວມງານໃນຄັ້ງນີ້ ທາງທີມງານຈະຮັບຜິດຊອບຄ່າໃຊ້ຈ່າຍໃນການເດີນທາງທັງໝົດເຊັ່ນ: ຄ່າເດີນທາງໄປ-ກັບ, ຄ່າທີ່ພັກ ແລະ ອັດຕາກິນ ສຳລັບ 2 ມື້).
- ເປັນຄົນທີ່ມີຄວາມສົນໃຈໃນການຮຽນຮູ້ ເລື່ອງການພັດທະນາໄວໜຸ່ມໃນຫຼາກຫຼາຍຂົງເຂດ ແລະ ພ້ອມທີ່ຈະເຊື່ອມໂຍງກັບໄວໜຸ່ມທີ່ເຮັດວຽກໃນຂົງເຂດທີ່ແຕກຕ່າງກັນ.
⚡ສະໝັກເລີຍ: https://forms.gle/qNbnfZCYLXobZhaM7
ໝາຍເຫດ :ມີຂັ້ນຕອນການຄັດເລືອກໄວໜຸ່ມເພື່ອເຂົ້າຮ່ວມ ແລະ ຈຳກັດພຽງແຕ່ 50 ຄົນເທົ່ານັ້ນ.
📍ປິດຮັບສະໝັກວັນທີ: 02/12/2025
ສອບຖາມຂໍ້ມູນເພີ່ມຕື່ມທີ່ເພຈ STELLA.
ສະໜັບສະໜູນໂດຍ: European Union in Laos
#ງານສຳມະນາພົບປະໄວໜຸ່ມ