ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ

ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ Luang Prabang Provincial Education and Sport Department (ພະແນກສຶກສາທິກາ?

ຜູ້ໃຫ້ທຶນອົງການຊ່ວຍເຫຼືອເດັກປະເທດອົດສະຕາລີ ລົງຢ້ຽມຢາມກິດຈະກຳໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ ຢູ່ເມືອງຈອມເພັດ............
02/06/2026

ຜູ້ໃຫ້ທຶນອົງການຊ່ວຍເຫຼືອເດັກປະເທດອົດສະຕາລີ ລົງຢ້ຽມຢາມກິດຈະກຳໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ ຢູ່ເມືອງຈອມເພັດ...........................................................
ທ່ານ ນາງ ນາຕາຊາ ໂຫແລນ ຊ່ຽວຊານບໍລິຫານໂຄງການປະຈຳປະເທດອົສຕາລີ ໄດ້ລົງເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດຕັ້ງປະຕິບັດກິດຈະກຳໂຄງການປັບປຸງພື້ນຖານການຮຽນຮູ້ຂອງເດັກ ຢູ່ເມືອງຈອມເພັດ ແຂວງຫຼວງພະບາງ ການລົງຢ້ຽມຢາມດັ່ງກ່າວໄດ້ມີຂື້ນໃນວັນທີ 1 ມິຖຸນາ 2026 ນີ້, ທີ່ໂຮງໂຮຽນອະນຸບານບ້ານຈ່ານໃຕ້ ແລະ ອະນຸບານບ້ານໂພພາດ ເມືອງຈອມເພັດ ແຂວງຫຼວງພະບາງ ໂດຍການຕ້ອນຮັບຂອງທ່ານ ມີນາ ຈັນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເຂົ້າຮ່ວມມີທ່ານຜູ້ຕາງໜ້າຈາກກົມແຜນການກະຊວງສຶກສາທິການ ແລະ ກິລາ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງຈາກພະແນກສຶກສາທິການ ແລະ ກິລາແຂວງ, ຄະນະຮັບຜິດຊອບໂຄງການ, ຄະນະອຳນວຍການໂຮງຮຽນ, ທ່ານນາຍບ້ານ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄູອາຈານ, ນ້ອງນ້ອຍນັກຮຽນພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ຈັນສະໝຸດ ສຸກກະເສີມ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກ່າວລາຍງານໃຫ້ຮູ້ວ່າ: ໂຄງການປັບປຸງພື້ນຖານການຮຽນຮູ້ເດັກ ( FLIP ) ເປັນໂຄງການໜຶ່ງ ຊຶ່ງໄດ້ທືນຊ່ວຍເຫຼືອລ້າຂອງກອງທືນຮ່ວມມືສາກົນເພື່ອການສຶກສາ ( GPE )ເຊິ່ງແຂວງຫຼວງພະບາງໄດ້ຮັບການຊ່ວຍເຫຼືອທັງໝົດມີ 4 ເມືອງຄື: ເມືອງຈອມເພັດ, ເມືອງນໍ້າບາກ,ເມືອງວຽງຄຳ ແລະ ເມືອງງອຍ ພາຍໃນ 4 ເມືອງປະກອບມີ 120 ໂຮງຮຽນ, ໃນນີ້ສະເພາະເມືອງຈອມເພັດໄດ້ຮັບການສະໜັບສະໜູນຈາກໂຄງການປະກອບມີວຽກງານການສຶກສາກ່ອນໄວຮຽນມີກິດຈະກຳການສ້າງ ແລະ ການຈັດການຮຽນ-ການສອນຫ້ອງກຽມປະຖົມມີບ້ານເປົ້າໝາຍ 1 ບ້ານ, ກິດຈະກຳການສ້ອມແປງ ແລະ ຈັດຕັ້ງກຸ່ມຮຽນຜ່ານການຫຼິ້ນໂດຍຊຸມຊົນເປັນເຈົ້າການ ມີ ບ້ານເປົ້າໝາຍ 4 ບ້ານ, ກິດຈະກໍາຈັດການຮຽນ-ການສອນກຽມຄວາມພ້ອມພັກແລ້ງ 10 ອາທິດ ມີບ້ານເປົ້າໝາຍ 27 ບ້ານ ແລະ ວຽກງານພັດທະນາວິຊາຊີບຄູແບບຕໍ່ເນື່ອງປະກອບມີກິດຈະກຳການຝຶກອົບຮົມການແນະນໍາເພີ່ມວິຊາພາສາລາວ ແລະ ວິຊາຄະນິດສາດຊັ້ນປະຖົມ ຂັ້ນ ປ1-ປ3 ທົ່ວເມືອງ, ກິດຈະກຳ ຝຶກອົບຮົມວຽກງານນິເທດພາຍໃນໂມດຸນ 1 ໃຫ້ອໍານວຍການໂຮງຮຽນປະຖົມ, ວຽກງານການສົ່ງເສີມເດັກຍິງມີກິດຈະກຳການໃຫ້ທຶນການສຶກສາເປັນເບ້ຍລ້ຽງນັກຮຽນຍິງຊັ້ນມັດທະຍົມຕົ້ນ ຫ້ອງ ມ1 ທົ່ວເມືອງມີນັກຮຽນໄດ້ຮັບທຶນທັງໝົດ 70 ນ້ອງ. ນອກຈາກນີ້ຍັງໄດ້ຮັບອຸປະກອນຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວປະກອບມີ: ຄອມພີວເຕີໂນດບຸກ 3 ເຄື່ອງ, ລົດຈັກ 3 ຄັນ, ເຄື່ອງວິດີໂອການປະຊຸມທາງໄກ 1 ເຄື່ອງ ແລະ ແທັບເລັດ 33 ເຄື່ອງ.
ໂດຍ: ສອນອາຄົມ

ສກຂ ຫຼວງພະບາງ ຈັດແຂ່ງກິລາພິກໂກບອນ ພະນັກງານພາຍໃນພະແນກຢ່າງຄຶກຄື້ນ............................................................
02/06/2026

ສກຂ ຫຼວງພະບາງ ຈັດແຂ່ງກິລາພິກໂກບອນ ພະນັກງານພາຍໃນພະແນກຢ່າງຄຶກຄື້ນ............................................................
ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ກິດຈະກຳແຂ່ງຂັນກິລາພິກໂກບອນສຳລັບພະນັກງານຊາຍພາຍໃນພະແນກ ເມື່ອວັນທີ 1 ມິຖຸນາ 2026 ນີ້ ທີ່ພະແນກດັ່ງກ່າວ, ໂດຍການເປັນກຽດເຂົ້າຮ່ວມ ແລະ ນຳພາຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ ພ້ອມດ້ວຍພະນັກງານພາຍໃນພະແນກເຂົ້າຮ່ວມຢ່າງຄຶກຄື້ນ.
ການແຂ່ງຂັ້ນກິລາພິກໂກບອນໃນຄັ້ງນີ້ເປັນການແຂ່ງຂັນປະເພດດ່ຽວຊາຍເຊີ່ງມີພະນັກງານລົງທະບຽນເຂົ້າຮ່ວມທັງໝົດ 14 ທ່ານ, ແບ່ງອອກເປັນ 2 ສາຍ ແລະ ຄັດເລືອກເອົາຜູ້ຊະນະອັນດັບທີ1 ຂອງແຕ່ລະສາຍມາແຂ່ງຂັນກັນໃນຮອບຊີງຊະນະເລີດ, ໃນຄູ່ຊີງຊະນະເລີດເປັນການພົບກັນລະຫວ່າງ ທ່ານ ສົມນິດ ພົມມະລິດ ວິຊາການຂະແໜງບໍລິຫານ-ຫານເງິນ ພົບກັບທ່ານ ທອງຄານ ພົມມະນີວົງ ວິຊາການຈາກສູນການສຶກສານອກໂຮງຮຽນ ຜ່ານການແຂ່ງຂັນຜົນປະກົດວ່າ ເປັນຝ່າຍ ສົມນິດ ຫຼີ້ນໄດ້ດີກວ່າສາມາດໄລ່ເອົາຊະນະ ທອງຄານໄປແບບວຸດວິດ ຄວ້າແຊັມໄປຄອງ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມດ້ວຍເງິນສົດ 5 ແສນກີບ.
ສຳລັບການຈັດກິດຈະກຳຄັ້ງນີ້ກໍ່ເພື່ອແນ່ໃສ່ສ້າງຂະບວນການຊົມເຊີຍ ແລະ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ອີກດ້ານໜຶ່ງກໍ່ເພື່ອເປັນການເສີມສ້າງຄວາມສາມັກຄີ-ຮັກແພງລະຫວ່າງພະນັກງານພາຍໃນພະແນກ, ທັງເປັນການສົ່ງເສີມໃຫ້ພະນັກງານໄດ້ອອກກຳລັງກາຍຮ່ວມກັນເພື່ອໃຫ້ມີສຸຂະພາບຮ່າງກາຍທີ່ແຂງແຮງ, ພ້ອມກັນສືບຕໍ່ກະກຽມບັ້ນດຳເນີນການສອບເສັງຈົບຊັ້ນມັດທະຍົມສຶກສາຂັ້ນ ມ4 ແລະ ມ7 ໃນຕໍ່ໜ້າໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ໂດຍ: ສອນອາຄົມ

ພັນລະຍາກົງສູນໃຫ່ຍ ສສ ຫວຽດນາມ ແລະ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ ພ້ອມດ້ວຍຄອບຄົວການນຳຂອງແຂວງ ແລະ ບັນດານັກທຸລະກິດ, ສະຫະພັ...
29/05/2026

ພັນລະຍາກົງສູນໃຫ່ຍ ສສ ຫວຽດນາມ ແລະ ສປ ຈີນ ປະຈຳພາກເໜືອ ແຂວງຫຼວງພະບາງ ພ້ອມດ້ວຍຄອບຄົວການນຳຂອງແຂວງ ແລະ ບັນດານັກທຸລະກິດ, ສະຫະພັນແມ່ຍິງແຂວງ ສ້າງຂະບວນການສະເຫຼີມສະຫຼອງຕ້ອນຮັບວັນເດັກນ້ອຍສາກົນ............................
ເພື່ອເປັນການສະເຫຼີມສະຫຼອງ ແລະ ສ້າງຂະບວນການຕ້ອນຮັບວັນເດັກນ້ອຍສາກົນວັນທີ 1 ມິຖຸນາ ແລະ ວັນປູກຕົ້ນໄມ້ແຫ່ງຊາດທີ່ຈະມາເຖິງນີ້, ໃນວັນທີ 29 ພຶດສະພາ 2026 ນີ້ ທີ່ໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງໄດ້ມີພັນລະຍາກົງສູນໃຫ່ຍ ສສ ຫວຽດນາມ,ພັນລະຍາກົງສູນໃຫ່ຍແຫ່ງ ສປ ຈີນປະຈຳພາກເໜືອທີ່ແຂວງຫຼວງພະບາງພ້ອມດ້ວຍຄອບຄົວການນຳຂອງແຂວງ,ບັນດານັກທຸລະກິດ ແລະ ສະຫະພັນແມ່ຍິງແຂວງຫຼວງພະບາງໄດ້ສ້າງຂະບວນການປູກຕົ້ນໄມ້ປະດັບປະດາໂຮງຮຽນ ແລະ ແຈກຢາຍເຄື່ອງໃຫ້ແກ່ນ້ອງໆນັກຮຽນພາຍໃນໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ ສຳລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ ເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ, ອຸປະກອນກິລາ, ເຄື່ອງບໍລິໂພກ ແລະ ອາຫານແຫ້ງຈຳນວນໜຶ່ງ ເຊີາງລວມມູນຄ່າການຊ່ວຍເຫຼືອທັງໝົດ 48 ລ້ານກີບ.

ພາບ: ບຸນເຄນສີລັດຕະນະ
ຂ່າວ: ບົວສະຫັວນສຸພັດທອນ

ແຈ້ງທຶນການສຶກສາຂອງລັດຖະບານ ສປ ຈີນ ສົກຮຽນ 2026-2027(ລາຍລະອຽດຕິດຕໍ່ພົວພັນນໍາຂະແໜງອາຊີວະ ແລະ ການສຶກສາຊັ້ນສູງ ພະແນກສຶກສາທິກາ...
29/05/2026

ແຈ້ງທຶນການສຶກສາຂອງລັດຖະບານ ສປ ຈີນ ສົກຮຽນ 2026-2027
(ລາຍລະອຽດຕິດຕໍ່ພົວພັນນໍາຂະແໜງອາຊີວະ ແລະ ການສຶກສາຊັ້ນສູງ ພະແນກສຶກສາທິການ ແລະ ກິລາແຂວງ) ອຈ ສົມພອນ ດີລີວົງ ໂທ: 020 22350435

ຄະນະນໍາ ສກຂ ຫຼວງພະບາງ ຮ່ວມເປີດຫົວບົດສອບເສັງຈົບຊັ້ນ ປ.5 ຢູ່ສູນສອບເສັງເມືອງປາກແຊງ.....................................ໃນຕອ...
29/05/2026

ຄະນະນໍາ ສກຂ ຫຼວງພະບາງ ຮ່ວມເປີດຫົວບົດສອບເສັງຈົບຊັ້ນ ປ.5 ຢູ່ສູນສອບເສັງເມືອງປາກແຊງ.....................................
ໃນຕອນເຊົ້າຂອງວັນທີ 28 ພຶດສະພາ 2026 ທີ່ຜ່ານມາ ຄະນະນຳພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ນຳໂດຍ ທ່ານ ທະລາກອນ ບໍລະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ, ມີທ່ານ ບຸນປອນ ສີອຸດົມພັນ ຮອງປະທ່ານກຳມະການປົກຄອງເມືອງປາກແຊງ, ທ່ານ ຄຳເຜີຍ ລໍພະຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະກຳມະການຮັບຜິດຊອບ, ຄູ-ອາຈານ ທີ່ເຂົ້າຮ່ວມຕິດຕາມ, ຊຸກຍູ້ການສອບເສັງ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄຳເຜີຍ ລໍພະຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກແຊງໄດ້ລາຍງານໃຫ້ຮູ້ວ່າ: ການສອບເສັງຈົບຊັ້ນ ປ.5 ທົ່ວເມືອງປາກແຊງສົກຮຽນ 2025-2026 ນີ້ ມີນັກສອບເສັງທັງໝົດ 442 ຄົນ, ຍິງ 222 ຄົນ, ແບ່ງອອກເປັນ 16 ສູນສອບເສັງ ແລະ ມີຫ້ອງສອບເສັງ 23 ຫ້ອງ, ໃນນີ້ມີສະເພາະສູນ ສອບເສັງໂຮງຮຽນປະຖົມສົມບູນໜອງຟ້າແດດ ແມ່ນມີນັກມາຈາກ 5 ໂຮງຮຽນຄື: ໂຮງຮຽນປະຖົມຫ້ວຍໂພ, ສົບແຈກ, ວັງເງິນ, ດອນຄູນ ແລະ ໜອງຟ້າແດດ, ມີນັກສອບເສັງທັງໝົດ 69 ຄົນ, ຍິງ 40 ຄົນ ສຳລັບວິຊາສອບເສັງປະກອບມີ 04 ວິຊາ ຄື: ວິຊາພາສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ.ໂດຍໃຊ້ເວລາດຳເນີນການ 2 ວັນ (ວັນທີ 27-28 ພຶດສະພາ 2026).
ໂອກາດດັ່ງກ່າວ, ທ່ານ ທະລາກອນ ບໍລະວົງ ໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະກຳມະການຍາມຫ້ອງສອບເສັງທຸກທ່ານ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ເຮັດໜ້າທີ່ດ້ວຍຄວາມບໍລິສຸດຍຸຕິທຳ ແລະ ຮັກສາລະບຽບການສອບເສັງຢ່າງເຄັ່ງຄັດສຳລັບນ້ອງນັກຮຽນກໍ່ຕ້ອງເອົາໃຈໃສ່ໝູນໃຊ້ຄວາມຮູ້ທີ່ໄດ້ຮໍ່າຮຽນມາເຂົ້າໃນການແກ້ບົດສອບເສັງໃຫ້ໄດ້ຮັບຜົນດີ, ຫຼັງຈາກເປີດຫົວບົດສອບເສັງຢູ່ສູນສອບເສັງໜອງຟ້າແດດຢ່າງເປັນທາງການແລ້ວ, ຄະນະນໍຳຈາກພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະນຳຂອງເມືອງ, ຄູ-ອາຈານຍັງໄດ້ຮ່ວມກັນ ສືບຕໍ່ຕິດຕາມຢູ່ສູນສອບເສັງຫາດແຄຕື່ມອີກ.
ຂໍ້ມູນຈາກ: ສິດ ຂະແໜງສາມັນ
ໂດຍ: ສອນອາຄົມ ສກຂ ຫຼ.ບ

ພິທີ-ມອບ ຮັບອາຄານຮຽນຫຼັງໃໝ່ໂຮງຮຽນປະຖົມສົມບູນ ບ້ານນໍ້າຈາວ ..................................................................
29/05/2026

ພິທີ-ມອບ ຮັບອາຄານຮຽນຫຼັງໃໝ່ໂຮງຮຽນປະຖົມສົມບູນ ບ້ານນໍ້າຈາວ .....................................................................
ໃນວັນທີ 28 ພຶດສະພາ 2026 ນີ້, ທີ່ໂຮງຮຽນປະຖົມສົມບູນ ບ້ານນໍ້າຈາວ ເມືອງພູຄູນ ແຂວງຫຼວງພະບາງໄດ້ຈັດພິທີມອບ-ຮັບອາຄານຮຽນຫຼັງໃໝ່ ໂດຍການກ່າວມອບຂອບທ່ານ ນາງ ບົວເງິນ ແກ້ວສຸບັນ ຜູ້ອໍານວຍການມູນນິທິ ສໍ ແຫ່ງຄວາມຫວັງ ແລະ ກ່າວຮັບຂອງທ່ານ ປອ ນາງ ບົວລອຍ ອິດທິພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ,ໃຫ້ກຽດເຂົ້າຮ່ວມມີທ່ານ ສອນໄຊ ທຳມຸງຄຸນ ຮອງປະທານຄະນະກໍາມະການປົກຄອງ ເມືອງພູຄູນ, ມີ ທ່ານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະອຳນາດການປົກຄອງບ້ານ, ພະນັກງານ, ຄູ-ອາຈານ, ແຂກຮັບເຊີນ ຕະຫຼອດຮອດພໍ່ແມ່ປະຊາຊົນ ພ້ອມດ້ວຍນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ບ້ານນໍ້າຈາວ ເມືອງພູຄູນ ມີຈຳນວນຄອບຄົວທັງໝົດ 169 ຄອບຄົວ, ມີຈໍານວນນັກຮຽນທັງໝົດ 140 ຄົນ, ສໍາລັບອາຄານຮຽນຫຼັງໃໝ່ນີ້ແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກ ມູນນິທິ ສໍແຫ່ງຄວາມຫວັງ ໂດຍການສົມທົບຈາກຊຸມຊົນ ເຊິ່ງໄດ້ເລີ່ມລົງມືໃນການກໍ່ສ້າງແຕ່ວັນທີ 20 ມິຖຸນາ 2025 ແລະ ໄດ້ສໍາເລັດລົງໃນວັນທີ 28 ພຶດສະພາ 2026 ອາຄານຫຼັງນີ້ເປັນອາຄານຖາວອນ ເບຕົງເສີມເຫຼັກ, ມຸງດ້ວຍກະເບື້ອງສີແດງປະກອບມີ 2 ຫ້ອງຮຽນ 3 ຫ້ອງນໍ້າ, ມີຂະໜາດຫ້ອງຮຽນ 7x8 ແມັດ, ລວງຍາວ 16 ແມັດ, ລວງສູງ 5,95 ແມັດ ໂດຍແມ່ນທຶນສົມທົບຈາກຊຸມຊົນທັງໝົດ 91 ລ້ານກວ່າກີບ ແລະ ທຶນຈາກມູນນິທິ ສໍແຫ່ງຄວາມຫວັງທັງໝົດ 375 ລ້ານກວ່າກີບ.
ໂອກາດນີ້, ທ່ານ ປອ ນາງ ບົວລອຍ ອິດທິພອນ ໄດ້ກ່າວສະແດງຄວາມຮູ້ບຸນຄຸນຂອບອົກຂອບໃຈຢ່າງສູງມາຍັງທາງ ມູນນິທິ ສໍ ແຫ່ງຄວາມຫວັງ ທີ່ຍາມໃດກໍ່ເປັນຫວ່ງເປັນໄຍ ແລະ ໄດ້ໃຫ້ການສະໜັບສູນວຽກງານການສຶກສາຕະຫຼອດມາ ພ້ອມດຽວກັນນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນໂດຍສະເພາະພະນັງງານ, ຄູອາຈານ, ນ້ອງນັກຮຽນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານນໍ້າຈາວຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການປົກປັກຮັກສາອາຄານຮຽນຫຼັງໃໝ່ນີ້ໃຫ້ມີຄວາມສະອາດສວຍງາມໃຊ້ໄດ້ຍາວນານ ພ້ອມກັນນັ້ນກໍ່ຕ້ອງໄດ້ພ້ອມກັນສ້າງສະພາບແວດລ້ອມທີ່ດີໃນໂຮງຮຽນ, ເຮັດໃຫ້ໂຮງຮຽນແຫ່ງນີ້ກາຍເປັນໂຮງຮຽນພື້ນທີ່ສີຂຽວ ແລະ ມີຄຸນນະພາບເທື່ອລະກ້າວ.

ຄູສຶກສານິເທດ ເມືອງນໍ້າບາກ ໄດ້ຮັບການຍົກລະດັບດ້ານ ວຽກງານນິເທດພາຍໃນ ໂມດຸນ 1...................................................
29/05/2026

ຄູສຶກສານິເທດ ເມືອງນໍ້າບາກ ໄດ້ຮັບການຍົກລະດັບດ້ານ ວຽກງານນິເທດພາຍໃນ ໂມດຸນ 1.....................................................
ຄູສຶກສານິເທດພາຍໃນເມືອງນໍ້າບາກໄດ້ຮັບການຍົກລະດັບດ້ານວຽກງານສຶກສານິເທດພາຍໃນ ໂມດູນ 1 ພິທີເປີດບັ້ນຝຶກອົບຮົມວຽກງານດັ່ງກ່າວໄດ້ມີຂື້ນເມື່ອວັນທີ 28 ພຶດສະພາ 2026 ນີ້້ ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງນໍ້າບາກ ແຂວງຫຼວງພະບາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ວັດທະນາ ສີອຸດົມພັນ ຮອງຜູ້ອໍານວຍການວິທະຍາໄລຄູ ຫລວງພະບາງ, ທ່ານ ຈັນທີ ແພງບົວມົນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນໍ້າບາກ, ມີ ຄະນະຮັບຜິດຊອບຈາກພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອຳນວຍການໂຮງຮຽນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີພາບລວມຂອງການຈັດຕັ້ງປະຕິບັດວຽກງານການສຶກສານິເທດພາຍໃນ, ໂດຍສະເພາະຈຸດປະສົງ,ຜົນໄດ້ຮັບຂອງໂມດູນ 1, ການສະໜັບສະໜູນການພັດທະນາວິຊາຊີບຄູ ແລະ ປະສົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂັ້ນໂຮງຮຽນ, ຈາກນັ້ນທຸກພາກສ່ວນໄດ້ຮ່ວມກັນຄົ້ນຄວ້າ ປະກອບຄໍາຄິດເຫັນ ແລະ ສົນທະນາແລກປ່ຽນບົດຮຽນ ເຊີ່ງກັນ ແລະ ກັນ ພ້ອມດຽວກັນນີ້ ສຳມະນາກອນຍັງຈະໄດ້ຮູ້ຮຽນເຖິງຮູບແບບ ແລະ ຂະບວນການຂອງການສຶກສານິເທດ, ພາລະ ບົດບາດ ແລະ ໜ້າທີ່ຂອງຜູ້ເຮັດວຽກສຶກສານິເທດພາຍໃນ ແລະ ຂັ້ນຕອນຂອງການໃຫ້ການຊ່ວຍເຫຼືອດ້ານວຽກງານສຶກສານິເທດ. ສຳຈຸດປະສົ່ງກໍ່ເພື່ອສ້າງຂີດຄວາມສາມາດໃຫ້ຜູ້ເຮັດວຽກສຶກສານິເທດພາຍໃນເຂົ້າໃຈເຖິງຄວາມໝາຍຂອງລະບົບການສຶກສານິເທດ ແລະ ພາລະບົດບາດໜ້າທີ່ຂອງຜູ້ເຮັດວຽກສຶກສານິເທດພາຍໃນເມືອງເປົ້າໝາຍສາມາດອະທິບາຍລະບົົບການສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂັ້ນໂຮງຮຽນ/ກຸ່ມໂຮງຮຽນໂດຍອີງຕາມຂໍ້ຕົກລົງວ່າດ້ວຍການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສະບັບເລກທີເລກທີ 3342 ລົງວັນທີ 19 ກໍລະກົດ 2022 ແລະ ອີກດ້ານໜຶ່ງກໍ່ເພື່ອແນ່ໃສ່ສົ່ງເສີມຜູ້ເຂົ້າຮ່ວມອະທິບາຍກ່ຽວກັບແບບຟອມສຳລັບຜູ້ເຮັດວຽກນິເທດພາຍໃນ ແລະ ພາຍນອກພາຍໃຕ້ໂຄງການ FLIP.
ໂອກາດນີ້, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊີ່ງທ່ານໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບພ້ອມດ້ວຍຜູ້ແທນທຸກພາກສ່ວນຈົ່ງໄດ້ພ້ອມກັນສຸມທຸກສະຕິປັນຍາເຂົ້າໃນບັ້ນຝຶກອົບຮົມຄັ້ງນີ້ໃຫ້ມີບັນຍາກາດໂດຍການປະກອບຄຳຄິດຄຳເຫັນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ພ້ອມກັນນັ້ນກໍ່ຕ້ອງໃຫ້ກຳໄດ້ທາງດ້ານເນື້ອໃນໂດຍສະເພາະ 7 ຫຼັກການຂອງຜູ້ບໍລິຫານການສຶກສາ, ການບໍລິຫານຄຸ້ມຄອງ, ການປະຕິບັດລະບຽບວິໄນ ແລະ ຖືເອົາວຽກງານການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານຄູອາຈານໃຫ້ທົ່ວເຖິງ ພາຍຫຼັງສຳເລັດການຝຶກອົບຮົມຄັ້ງນີ້ກໍ່ໃຫ້ພ້ອມກັນສືບຕໍ່ນຳເອົາເນື້ອໃນຈິດໃຈ ແລະ ບົດຮຽນໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍຢູ່ໃນໂຮງຮຽນຂອງຕົນໃຫ້ນັບມື້ມີຄຸນນະພາບ ແລະ ມີບາດກ້າວອັນໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.
ພາບ-ຂ່າວ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼ.ບ
ສຳລັບກອງປະຊຸມຄັ້ງນີ້ຈະໄດ້ດຳເນີນໄປໃນລະຫວ່າງ ວັນທີ 28 ພຶດສະພາ ຫາ ວັນທີ 1 ມິຖຸນາ 2026 ຈຶ່ງຈະສຳເລັດ

ເມືອງໂພນໄຊ ສອບເສັງຈົບຊັ້ນປະຖົມສຶກສາຂັ້ນ ປ.5 ປະຈໍາສົກຮຽນ 2025-2026 ຢ່າງເປັນທາງການ...........................................
27/05/2026

ເມືອງໂພນໄຊ ສອບເສັງຈົບຊັ້ນປະຖົມສຶກສາຂັ້ນ ປ.5 ປະຈໍາສົກຮຽນ 2025-2026 ຢ່າງເປັນທາງການ..........................................................
ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2026 ທີ່ສູນສອບເສັງໂຮງຮຽນປະຖົມສົມປາກງາ ເມືອງໂພນໄຊ ແຂວງຫຼວງພະບາງ ໄດ້ຈັດພິທີເປີດບັ້ນສອບເສັງຈົບຊັ້ນປະຖົມສຶກສາ ຂັ້ນ ປ.5 ປະຈໍາສົກຮຽນ 2025-2026 ທົ່ວເມືອງ ຂຶ້ນຢ່າງເປັນທາງການ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານກ່າວເປີດພິທີຂອງ ທ່ານ ພອນປະດິດ ສຸລິເດດຊານໄຊ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ທະລາກອນ ບໍລະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນາງ ດາວອນ ລັດສະໝີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໂພນໄຊ, ທ່ານ ຫົວໜ້າ-ຮອງຫົວໜ້າໜ່ວຍງານ ພ້ອມດ້ວຍບັນດາຄະນະຮັບຜິດຊອບບັ້ນສອບເສັງຂັ້ນເມືອງ, ຄູ-ອາຈານ ແລະ ນ້ອງໆນັກສອບເສັງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຄະນະຮັບຜິດຊອບຂັ້ນເມືອງ ໄດ້ລາຍງານການຫ້າງຫາກະກຽມຄວາມພ້ອມໃນດ້ານຕ່າງໆຂອງການສອບເສັງ ແລະ ຜ່ານກົດລະບຽບການສອບເສັງ ເພື່ອໃຫ້ນ້ອງໆນັກຮຽນໄດ້ຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເປັນເອກະພາບ.
ສຳລັບການສອບເສັງຈົບຊັ້ນປະຖົມສຶກສາ ຂັ້ນ ປ.5 ທົ່ວເມືອງໂພນໄຊ ໃນສົກຮຽນນີ້ ຈະໄດ້ດໍາເນີນໄປເປັນເວລາ 2 ວັນເຕັມ ຄື: ວັນທີ 27-28 ພຶດສະພາ 2026, ໂດຍມີວິຊາສອບເສັງທັງໝົດ 4 ວິຊາຫຼັກຄື: ວິຊາພາສາລາວ (ຫັດແຕ່ງ), ວິຊາພາສາລາວ (ຂຽນທວາຍ ແລະ ຄຳຖາມ), ວິຊາຄະນິດສາດ ແລະ ວິຊາວິທະຍາສາດ-ສິ່ງແວດລ້ອມ. ສົກຮຽນ 2025-2026 ນີ້, ທົ່ວເມືອງໂພນໄຊ ມີນັກສອບເສັງໃນທະບຽນທັງໝົດ 713 ນ້ອງ, ຍິງ 342 ນ້ອງ, ເຊິ່ງໄດ້ແບ່ງອອກເປັນ 11 ສູນສອບເສັງຄື: ສູນສອບເສັງໂຮງຮຽນປະຖົມສົມບູນ ປາກງາ, ສູນສອບເສັງທ່າໂພ, ສູນສອບເສັງໂພນທອງ, ລ້ອງແງດ, ສົບເຈ້ຍ, ຫ້ວຍຂີງ, ດອນດຳ, ຈອມຈຽງ, ກະຕ່າງສະເລື່ອງ, ຫີນຕັ້ງ ແລະ ສູນສອບເສັງໂຮງຮຽນປະຖົມສົມບູນ ໜອງຄຳ.
ໂອກາດນີ້, ທ່ານ ພອນປະດິດ ສຸລິເດດຊານໄຊ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊີ່ງທ່ານໄດ້ເນັ້ນໜັກໃຫ້ຄະນະກຳມະການຮັບຜິດຊອບການສອບເສັງທຸກພາກສ່ວນ ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ປະຕິບັດໜ້າທີ່ ແລະ ກົດລະບຽບການສອບເສັງຢ່າງເຂັ້ມງວດ ແລະ ໂປ່ງໃສ ເພື່ອຮັບປະກັນໃຫ້ບັ້ນສອບເສັງໃນຄັ້ງນີ້ດຳເນີນໄປດ້ວຍຄວາມສະຫງົບ, ຖືກຕ້ອງຕາມແຜນການ ແລະ ຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບຢ່າງແທ້ຈິງ.
ພາບ-ຂ່າວໂດຍ: ຄຳຫຼ້າ ສກມ ໂພນໄຊ
ກວດແກ້: ສອນອາຄົມ ສກຂ

ພິທີເປີດການສອບເສັງ ຈົບຊັ້ນປະຖົມສຶກສາ ປ5 ທົ່ວເມືອງຈອມເພັດ ສົກປີ 2025-2026 ເປີດຂຶ້ນຢ່າງເປັນທາງການ,ເມືອງຈອມເພັດ, ແຂວງຫຼວງພະ...
27/05/2026

ພິທີເປີດການສອບເສັງ ຈົບຊັ້ນປະຖົມສຶກສາ ປ5 ທົ່ວເມືອງຈອມເພັດ ສົກປີ 2025-2026 ເປີດຂຶ້ນຢ່າງເປັນທາງການ,
ເມືອງຈອມເພັດ, ແຂວງຫຼວງພະບາງ, ສອບເສັງ ຈົບຊັ້ນປະຖົມສຶກສາ ປ5 ເພື່ອປະເມີນຜົນການຮຽນ-ການສອນ ແລະ ຮັບປະກັນຄຸນນະພາບການສຶກສາຂັ້ນພື້ນຖານ, ໃນຕອນເຊົ້າວັນທີ 27 ພຶດສະພາ 2026 ຫ້ອງການສຶກສາທິການ ແລະ ກິລາ ເມືອງຈອມເພັດ ໄດ້ຈັດພິທີເປີດການສອບເສັງ ຈົບຊັ້ນປະຖົມສຶກສາ ປ5 ທົ່ວເມືອງ ປະຈຳປີ 2025-2026 ຂຶ້ນຢ່າງເປັນທາງການທີ່ໂຮງຮຽນປະຖົມສົມບູນ ບ້ານ ໂພລາດ ເມືອງຈອມເພັດ. ການສອບເສັງຈະດຳເນີນໄປເປັນເວລາ 2 ວັນ ຄືວັນທີ 27-28 ພຶດສະພາ 2026.
ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວິລະພົງ ພົງດາລາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງ ເມືອງຈອມເພັດ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີທ່ານ ນາງ ຈັນສະມຸດ ສຸກຂະເສີມ ກຳມະການພັກເມືອງ,ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າໜ່ວຍງານ, ຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ນາງ ຈັນສະມຸດ ສຸກຂະເສີມ ກຳມະການພັກເມືອງ,ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໄດ້ລາຍງານວ່າ ປີນີ້ທົ່ວເມືອງຈອມເພັດມີໂຮງຮຽນປະຖົມເຂົ້າຮ່ວມສອບເສັງ 57 ແຫ່ງ,ໄດ້ແບ່ງເປັນສູນສອບເສັງ 12 ສູນ, ມີ 32 ຫ້ອງສອບເສັງ ມີນັກຮຽນຊັ້ນ ປ.5 ທີ່ມີສິດເຂົ້າສອບເສັງ ທັງໝົດ 647 ນ້ອງ, ຍິງ 325 ນ້ອງ,ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກຮຽນ ແລະ ຮັບປະກັນຄວາມໂປ່ງໃສ, ຍຸດຕິທຳ, ປາສະຈາກການທຸຈະລິດໃນການສອບເສັງ.
ທ່ານ ວິລະພົງ ພົງດາລາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກຳມະການປົກຄອງ ເມືອງຈອມເພັດ ໄດ້ກ່າວເປີດພິທີ ແລະ ກ່າວໂອ້ລົມນັກຮຽນວ່າ: “ການສອບເສັງ ປ.5 ແມ່ນດ້ານໜຶ່ງທີ່ສຳຄັນ ເປັນການວັດແທກຄວາມຮູ້ຄວາມສາມາດຂອງນ້ອງໆ ກ່ອນກ້າວຂຶ້ນຮຽນຊັ້ນມັດທະຍົມ. ຂໍໃຫ້ນ້ອງໆທຸກຄົນສອບເສັງຢ່າງມີສະຕິ, ມີຄວາມຊື່ສັດ, ທົບທວນບົດຮຽນໃຫ້ດີ ແລະ ໝັ້ນໃຈໃນຕົນເອງ. ຜົນຂອງການສອບເສັງຄັ້ງນີ້ຈະເປັນພື້ນຖານໃຫ້ນ້ອງໆສືບຕໍ່ຮ່ຳຮຽນເພື່ອກາຍເປັນຄົນດີຂອງຊາດໃນອະນາຄົດ”.
ພາຍຫຼັງພິທີເປີດ, ຄະນະກຳມະການສອບເສັງຂັ້ນເມືອງ ໄດ້ກວດກາຄວາມພ້ອມຂອງສູນສອບເສັງ ແລະ ຢ້ຳບັນດາລະບຽບການສອບເສັງໃຫ້ແກ່ຄູປະຈໍາຫ້ອງສອບເສັງ ແລະ ນັກຮຽນເພື່ອຮັບປະກັນວ່າການສອບເສັງດຳເນີນໄປຢ່າງເປັນລະບຽບຮຽບຮ້ອຍ.

ການຈັດສອບເສັງ ຈົບຊັ້ນປະຖົມສຶກສາ ປີທີ 5 ໃນຄັ້ງນີ້ ແມ່ນເພື່ອຄັດເລືອກ ແລະ ປະເມີນຜົນນັກຮຽນໃຫ້ໄດ້ມາດຕະຖານ ກ່ອນຈະສືບຕໍ່ເຂົ້າຮຽນຊັ້ນມັດທະຍົມສຶກສາ ຕອນຕົ້ນ ໃນປີໜ້າ.
ພາບ-ຂ່າວ: ພັນທະລີ ສຸກຂະເສີມ

ນະຄອນຫຼວງພະບາງ ເປີດການສອບເສັງຈົບຊັ້ນ ປ5 ສົກຮຽນ 2025-2026..........ພິທີດັ່ງກ່າວໄດ້ເປີດຂື້ນໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2...
27/05/2026

ນະຄອນຫຼວງພະບາງ ເປີດການສອບເສັງຈົບຊັ້ນ ປ5 ສົກຮຽນ 2025-2026..........
ພິທີດັ່ງກ່າວໄດ້ເປີດຂື້ນໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2026 ທີ່ໂຮງຮຽນປະຖົມສົມບູນ ຫຼວງພະບາງໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ວີເຮີ ເຊ່ຍໄມ ຄະນະປະຈໍາ ປະທານກວດກາພັກ-ລັດ ນະຄອນ, ທ່ານ ທະລາກອນ ບໍລະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ບົວແຫວນ ບຸນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນ ຫຼວງພະບາງ, ມີຄະນະອຳນວຍການໂຮງຮຽນ, ຄະນະກຳມະການຍາມຫ້ອງສອບເສັງ, ຄູ-ອາຈານພ້ອມດ້ວຍນ້ອງນັກສອບເສັງເຂົ້າຮ່ວມ.
ໃນພິທີ, ທ່ານ ບົວແຫວນ ບຸນທະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນໄດ້ກ່າວລາຍງານການກະກຽມບັ້ນການສອບເສັງຈົບຊັ້ນປະຖົມ ປ.5 ວ່າ: ໂດຍການປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ໃນສົກຮຽນ 2025-2026 ທົ່ວນະຄອນມີໂຮງຮຽນປະຖົມທັງໝົດ 90 ແຫ່ງ ໃນນັ້ນມີໂຮງຮຽນທີ່ເປັນປະຖົມສົມບູນ 79 ແຫ່ງ, ໂຮງຮຽນມູນລະປະຖົມ 11 ແຫ່ງ ( ໃນນີ້ໂຮງຮຽນເອກະຊົນ ທີເປັນປະຖົມສົມບູນ17 ແຫ່ງ, ໂຮງຮຽນມູນປະຖົມ 3 ແຫ່ງ), ມີສູນສອບເສັງທັງໝົດ 19 ສູນ, ມີຫ້ອງສອບເສັງ 94 ຫ້ອງ ໃນນີ້ມີນັກສອບເສັງທັງໝົດ 2062 ຄົນ, ຍິງ 1006 ຄົນ. ການສອບເສັງໄດ້ດໍາເນີນໄປ 2 ວັນ ກໍານົດການສອບເສັງລວມມີ 4 ວິຊາຄື: ວິຊາພາສາລາວ, ວິຊາພາສາລາວ, ຄະນິດສາດ, ວິທະຍາສາດ ແລະ ສິ່ງແວດລ້ອມ.
ໂອກາດນີ້, ທ່ານ ວີເຮີ່ ເຊຍໄມ ໄດ້ໃຫ້ກຽດມີຄໍາເຫັນຕໍ່ພິທີຄັ້ງນີ້ວ່າ: ການສອບເສັງຈົບຊັ້ນປະຖົມສຶກສາແມ່ນການສອບເສັງມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເພາະມັນເປັນຂີດໝາຍ ແລະ ເປັນບາດກ້າວທໍາອິດໃນການວັດ ແລະ ປະເມີນຜົນການຮຽນ-ການສອນ ຕະຫຼອດໃນໄລຍະ 5 ປີຂອງນ້ອງໆນັກຮຽນ ພ້ອມດຽວກັນນີ້ ທ່ານຍັງເນັ້ນໜັກໃຫ້ນັກສອບເສັງຈົ່ງມີສະຕິ ຮັກສາຄວາມສະຫງົບທາງດ້ານຈິດໃຈບໍ່ຕ້ອງຕື່ນເຕັ້ນ ຫຼື ກະວົນໃຈເກີນໄປ, ກ່ອນຈະລົງມືຕອບ ຫຼື ຂຽນຂໍໃຫ້ອ່ານ ແລະ ທົບທວນຄໍາຖາມໃຫ້ເຂົ້າໃຈຢ່າງເລິກເຊິ່ງ ຕ້ອງປະຕິບັດກົດລະບຽບຂອງຫ້ອງສອບເສັງຢ່າງເຂັ້ມງວດ, ຄະນະກໍາມະການເຝົ້າຫ້ອງສອບເສັງຕ້ອງມີຄວາມຮັບຜິດຊອບສູງ ຮັບປະກັນການສອບເສັງໃຫ້ດໍາເນີນໄປດ້ວຍຄວາມໂປງໃສ, ຍຸດຕິທໍາ ແລະ ຖືກຕ້ອງຕາມຕອນ, ຈາກນັ້ນທ່ານໄດ້ຕັດຫົວບົດສອບເສັງວິຊາທຳອິດໂດຍເຊິ່ງໜ້າຄະນະປະທານ,ຄະນະກຳມະການ ແລະ ນ້ອງນັກສອບເສັງພ້ອມທັງກ່າວເປີດບັ້ນສອບເສັງຈົບຊັ້ນປະຖົມ ປ.5 ທົ່ວນະຄອນຫຼວງພະບາງຢ່າງເປັນທາງການ.
ພາບ-ຂ່າວ: ສົມແພງ ສກນ ຫຼວງພະບາງ
ກວດແກ້: ສອນອາຄົມ ສກຂ

Address

Luang Prabang
Luang Prabang

Opening Hours

Monday 08:00 - 11:30
13:30 - 04:30
Tuesday 08:00 - 11:30
13:30 - 04:30
Wednesday 08:00 - 11:30
13:30 - 04:30
Thursday 08:00 - 11:30
13:30 - 04:30
Friday 08:00 - 11:30
13:30 - 04:30

Telephone

071 212 050

Alerts

Be the first to know and let us send you an email when ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ:

Share