Blue Chair Founded in 2009 as the Luang Prabang Film Festival, Blue Chair is a non-profit cultural organization.
(1)

Workshop ດີດີ ທີ່ບໍ່ຄວນພາດ, ຮີບສະໝັກເດີ! ອ່ານລາຍລະອຽດກ້ອງໂພສເລີຍ 👇👇
10/04/2026

Workshop ດີດີ ທີ່ບໍ່ຄວນພາດ, ຮີບສະໝັກເດີ!
ອ່ານລາຍລະອຽດກ້ອງໂພສເລີຍ 👇👇

🎙️ 🎦ຂໍເຊີນຜູ້ທີ່ສົນໃຈໃນການພາກສຽງ ເຂົ້າຮ່ວມການຝຶກອົບຮົມ ‘ສິລະປະຂອງການພາກສຽງຮູບເງົາ’

🎤📄ຮູບເງົາສັ້ນລ້ານຊ້າງ (LanXang Shorts) ຮ່ວມກັບ ເທດສະການຮູບເງົາເອີຣົບ ປະຈຳ ສປປ ລາວ ຈະຈັດຝຶກອົບຮົມການພາກສຽງແບບມືອາຊີບໃນເດືອນ ເມສາ ນີ້. ນຳພາໂດຍ ນັກພາກສຽງມືອາຊີບ ທ່ານ ວິໄລ ໄຊຍະເວດ. ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ທັກສະ ແລະ ສິນລະປະຂອງ ການພາກສຽງ ພ້ອມທັງໄດ້ພາກສຽງຮູບເງົາ ເອີຣົບ ເພື່ອນຳໄປສາຍທີ່ ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ຫຼວງພຣະບາງ.

ສະໝັກ ແລະ ເຂົ້າຮ່ວມຟຣີ. ຮັບພຽງແຕ່ 15 ຄົນ ເທົ່ານັ້ນ!.................................................
📄📄ເງື່ອນໄຂຜູ້ສະໝັກ

🎙️ບໍ່ຈຳກັດອາຍຸ, ເພດ, ສຳນຽງສຽງເວົ້າ (ພາກໃຕ້, ພາກກາງ, ພາກເໜືອ)

🎙️ອ່ານພາສາລາວໄດ້ຄ່ອງແຄ້ວລ່ຽນໄຫຼດີ

🎙️ມີປະສົບການ ຫຼື ບໍ່ມີ ໃນການພາກສຽງມາກ່ອນກໍ່ໄດ້

🎙️ສາມາດເຂົ້າຮ່ວມກິດຈະກຳໄດ້ເຕັມເວລາ*............................................
ໝາຍເຫດ:

👩‍🎤🧑‍🎤*ການຝຶກອົບຮົບປະກອບມີ 2 ກິດຈະກຳຫຼັກ: ພາກທິດສະດີ 1 ມື້ (23 ເມສາ 2026) ແລະ ພາກປະຕິບັດຕົວຈິງ 2 ມື້ (ເຮັດວຽກຢູ່ຫ້ອງອັດ ເພື່ອພາກສຽງຮູບເງົາ ເອີຣົບ, 24–25 ເມສາ 2026). ຜູ້ເຂົ້າຮ່ວມສາມາດເຂົ້າຮ່ວມສະເພາະ ພາກທິດສະດີ ຫຼື ທັງ 2 ກິດຈະກຳໄດ້.

👩‍🎤🧑‍🎤ມີອາຫານທ່ຽງ, ອາຫານວ່າງ ແລະ ເຄື່ອງດື່ມໃນໄລຍະການຝຶກອົບຮົມ.

👩‍🎤🧑‍🎤ຜູ້ເຂົ້າຮ່ວມ ຕ້ອງໄດ້ຮັບຜິດຊອບຄ່າເດີນທາງ, ພັກເຊົາຂອງຕົນເອງ.

👩‍🎤🧑‍🎤ຜູ້ທີ່ໄດ້ພາກສຽງຮູບເງົາຕົວຈິງ (24–25 ເມສາ 2026) ຈະບໍ່ໄດ້ຮັບຄ່າຈ້າງໃດໆ (ເປັນສ່ວນໜຶ່ງຂອງການຝຶກອົບຮົມ).

👩‍🎤🧑‍🎤ສຳລັບຜູ້ທີ່ໄດ້ພາກສຽງຕົວລະຄອນຫຼັກ ອາດຈະໄດ້ກັບມາພາກຕື່ມ ໃນກໍລະນີພາກບໍ່ແລ້ວພາຍໃນ 2 ມື້ ຫຼື ຕ້ອງໄດ້ພາກແກ້...........................................
📜ວິທີການສະໝັກ

- ອັດສຽງພາກຂອງຕົນເອງ (ສາກຮູບເງົາຄົນສະແດງ ຫຼື ກະຕູນ, ຕົວຢ່າງຮູບເງົາ ຫຼື ຂຽນບົດຂຶ້ນມາໃໝ່) ເປັນສາລາວ (ສຳນຽງພາກໃດກໍ່ໄດ້), 15–30 ວິນາທີ ຕໍ່ຄລິບ (ຄລິບສຽງ ຫຼື ຄລິບວີດີໂອ): ສຳລັບຜູ້ຊາຍ – 1. ສຽງພະເອກ, 2. ສຽງຜູ້ຮ້າຍ, 3. ສຽງຜູ້ເຖົ້າ. ສຳລັບຜູ້ຍິງ – 1. ສຽງນາງເອກ, 2. ສຽງໂຕໂກງ, 3. ສຽງເດັກນ້ອຍ (ຊາຍ ຫຼື ຍິງ) 4. ສຽງຜູ້ເຖົ້າ. ຜູ້ໜຶ່ງອາດຈະລອງພາກໝົດທຸກສຽງ ຫຼື ລອງບາງສຽງກໍ່ໄດ້.

- ຕື່ມແບບຟອມອອນລາຍ: https://forms.gle/8VoeRjyT6LX33Udq8
……………………………..
🗓️ກຳນົດສົ່ງແບບຟອມສະໝັກ: ບໍ່ໃຫ້ກາຍທ່ຽງຄືນ, ວັນທີ 18 ເມສາ 2026.

🎙️ມື້ຝຶກອົບຮົມ: 23-25 ເມສາ 2026....................................
ສະຖານທີ່:

- ຝຶກອົບຮົມທິດສະດີ: ayana house (ນະຄອນຫລວງວຽງຈັນ)
- ພາກປະຕິບັດຕົວຈິງ: Inthara Studio (ນະຄອນຫລວງວຽງຈັນ)..................................
☎️ສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່:

Facebook: ຮູບເງົາສັ້ນລ້ານຊ້າງ
Email: [email protected]
WhatsApp: +856 20 28580055

Submissions are open for  . Check it out! 🎥
09/04/2026

Submissions are open for . Check it out! 🎥

Applications are open for the CHANEL X BIFF Asian Film Academy! This year's edition will feature 8 short film production...
09/04/2026

Applications are open for the CHANEL X BIFF Asian Film Academy! This year's edition will feature 8 short film productions, global mentoring, and practical skills support. Applications are open through May 1st!

8개의 시선으로 완성하는 아시아 영화의 미래!
부산국제영화제 대표 교육 프로그램인 ‘CHANEL X BIFF 아시아영화아카데미(CHANEL X BIFF ASIAN FILM ACADEMY)’가 4월 6일(월)부터 올해의 참가자 모집을 진행합니다.

📌 주요 프로그램 내용
- 8편의 단편영화 제작
- 글로벌 멘토링
- 실무 역량 지원

📌 모집 일정
4월 6일(월) 10:00 ~ 5월 1일(금) 18:00

📌지원 방법
부산국제영화제 공식 홈페이지를 통한 온라인 접수

📌문의
E.Mail. [email protected]

Eight Perspectives Shaping the Future of Asian Cinema
The Busan International Film Festival’s flagship education program, CHANEL X BIFF Asian Film Academy, will begin accepting applications for its 2026 edition starting April 6.

📌Program Highlights
- 8 short films production
- Global mentoring
- Practical skills support

📌Application Period
Apr 6 (Mon) 10:00 KST – May 1 (Fri) 18:00 KST

📌How to Apply
Submit your application online via BIFF website(biff.kr)

📌Inquiries
CHANEL X BIFF Asian Film Academy ([email protected])

#부산국제영화제 #샤넬 #아시아영화아카데미 #단편영화제작 #영화학교

ຍິນດີກັບຮູບເງົາສັ້ນ 8 ເລື່ອງ, 8 ຜູ້ກຳກັບ, 8 ລົດຊາດ, ຈາກງານແຂ່ງຂັນ ຮູບເງົາສັ້ນລ້ານຊ້າງ ຄັ້ງທີ່ 5 ກຳລັງຈະຖືກນໍາໄປສາຍຢູ່ໂຮງ...
06/04/2026

ຍິນດີກັບຮູບເງົາສັ້ນ 8 ເລື່ອງ, 8 ຜູ້ກຳກັບ, 8 ລົດຊາດ, ຈາກງານແຂ່ງຂັນ ຮູບເງົາສັ້ນລ້ານຊ້າງ ຄັ້ງທີ່ 5 ກຳລັງຈະຖືກນໍາໄປສາຍຢູ່ໂຮງຮູບເງົາ, ມາຮ່ວມກັນສະຫນັບສະຫນຸນ ແລະ ໃຫ້ກຳລັງໃຈຮູບເງົາລາວໄດ້ເດີ!
Check out this awesome opportunity to see some Lao short films, in theatre! 8 short films from this year's LanXang Short Film Competition will be released in theatre on May 7, 2026 only. Come support young Lao filmmakers and catch some amazing films on the big screen!

🎉👏 ຮູບເງົາສັ້ນ 8 ເລື່ອງ, 8 ຜູ້ກຳກັບ, 8 ລົດຊາດ, ຈາກງານແຂ່ງຂັນ ຮູບເງົາສັ້ນລ້ານຊ້າງ ຄັ້ງທີ່ 5 ກຳລັງຈະຖືກນໍາໄປສາຍຢູ່ໂຮງຮູບເງົາ!..........................................
'ຮູບເງົາສັ້ນລ້ານຊ້າງ' ມີຄວາມພາກພູມໃຈແລະຮູ້ສຶກເປັນກຽດທີ່ໄດ້ຮັບການສະໜັບສະໜູນ ຈາກ Napha Media (ຜູ້ຈັດຈຳໜ່າຍຮູບເງົາແຖວໜ້າຂອງລາວ) ໃຫ້ນຳຜົນງານຂອງນັກສ້າງຮູບເງົາລາວຮຸ່ນໃໝ່ ໄປສາຍຢູ່ໂຮງຮູບເງົາໃຫຍ່.

ເປັນຄວາມຫວັງແລະຄວາມຕັ້ງໃຈຂອງງານ ຮູບເງົາສັ້ນລ້ານຊ້າງ ຕັ້ງແຕ່ເລີ່ມຢູ່ແລ້ວວ່າ ຜົນງານທີ່ສົ່ງເຂົ້າມາແຂ່ງຂັນທີ່ງານ ບໍ່ຢາກໃຫ້ມັນຈົບທີ່ງານເທົ່ານັ້ນ ແຕ່ຢາກໃຫ້ມັນມິີໂອກາດໄດ້ເດີນທາງ ແລະ ຕໍ່ຍອດ ຕາມທີ່ມັນສົມຄວນຈະເປັນ.

ອີກຄັ້ງ, ຍິນດີແລະດີໃຈ ກັບຜົນງານທັງ 8 ເລື່ອງ.

🍿 ມາຮ່ວມສະໜັບສະໜູນແລະໃຫ້ກຳລັງໃຈ ນັກສ້າງຮູບເງົາລາວ ຮຸ່ນໃໝ່ ທັງທີມງານແລະນັກສະແດງຫລາຍໆເດີ.

🎬 “ລ້ານຊ້າງຊິເນ.໑” (LanXang Cine Vol.1)

7 ພຶດສະພາ 2026 ໃນໂຮງຮູບເງົາເທົ່ານັ້ນ..............................................


#0010
#1313

ຮູບເງົາມື້ສຸດທ້າຍຂອງການສະເຫຼີມສະຫຼອງເດືອນແຫ່ງພາສາຝຣັ່ງ  ປີນີ້, ເຊີ່ງຈະນຳສະເຫນີ Animation ເລື່ອງ Saules aveugles, femme e...
27/03/2026

ຮູບເງົາມື້ສຸດທ້າຍຂອງການສະເຫຼີມສະຫຼອງເດືອນແຫ່ງພາສາຝຣັ່ງ ປີນີ້, ເຊີ່ງຈະນຳສະເຫນີ Animation ເລື່ອງ Saules aveugles, femme endormie ປະເທດລຸກຊຳບວກ, ແລ້ວພົບກັນເດີ!

ທີ່ ສະຖາບັນຝຣັ່ງ ບ້ານວັດຫນອງ, ຫຼວງພະບາງ
ຮູບເງົາພາສາຝຣັ່ງ – ມີຄຳບັນຍາຍພາສາອັງກິດ,
ເວລາສາຍຮູບເງົາ 18:30, ເຂົ້າຊົມຟຣີ!
(ຮູບເງົານີ້ເຫມາະສົມສຳລັບຜູ້ຊົມທີ່ມີອາຍຸ 16ປີ ຂື້ນໄປ)

Tonight is the last evening of the free screenings this March! Tonight, Saules aveugles, femme endormie will be screening at 18:30 at Institut français du Laos à Luang Prabang. You don't want to miss it!
(Note: this evening's screening is for mature audiences, aged 16 and up)

🎬 ເດືອນແຫ່ງພາສາຝຣັ່ງ (Mois de la Francophonie) – ການສາຍຮູບເງົາຮອບພິເສດ ໃນຄໍ່າຄືນນີ້ ເວລາ 18:30 ໂມງ ທີ່ຫຼວງພະບາງ

ເນື່ອງໃນໂອກາດສະເຫຼີມສະຫຼອງ ເດືອນແຫ່ງພາສາຝຣັ່ງ, ພວກເຮົາມີຄວາມຍິນດີ ຂໍເຊີນທ່ານເຂົ້າຮ່ວມຊົມ ການສາຍຮູບເງົາອະນິເມຊັ່ນເລື່ອງ ‘Saules aveugles, femme endormie’, ເຊິ່ງໄດ້ຮັບແຮງບັນດານໃຈຈາກໂລກວັນນະຄະດີທີ່ເຕັມປ່ຽມດ້ວຍບົດກະວີ ແລະ ຄວາມລຶກລັບ ຂອງນັກຂຽນຊາວຍີ່ປຸ່ນ Haruki Murakami.

ລະຫວ່າງຄວາມຝັນ ແລະ ຄວາມເປັນຈິງ, ຮູບເງົາເລື່ອງນີ້ຈະພາຜູ້ຊົມຫຼຸດໄປໃນນະຄອນໂຕກຽວທີ່ແປກປະຫຼາດ ແລະ ເຕັມໄປດ້ວຍບັນຍາກາດເສົ້າໝອງ ບ່ອນທີ່ຊະຕາຊີວິດຂອງຜູ້ຄົນທີ່ໂດດດ່ຽວຫຼາຍຄົນໄດ້ມາບັນຈົບກັນ… ຈົນເກີດມີການພົບພາທີ່ບໍ່ຄາດຄິດກັບກົບຍັກໂຕໜຶ່ງ ທີ່ພະຍາຍາມຊ່ວຍປົກປ້ອງເມືອງ. ເປັນເລື່ອງລາວທີ່ເປັນເອກະລັກ, ທັງຊວນໃຫ້ຄິດໄຕ່ຕອງ, ມີແນວຄິດທາງປັດຊະຍາ ແລະ ແຝງດ້ວຍອາລົມຂັນແບບເກີນຈິງ.

ຜົນງານຮູບເງົານານາຊາດເລື່ອງນີ້ ກຳກັບໂດຍ Pierre Földes ໄດ້ຮັບການສະໜັບສະໜູນຈາກປະເທດຝຣັ່ງ, ການາດາ ແລະ ລຸກຊຳບວກ, ໂດຍສະເພາະຢ່າງຍິ່ງຈາກການຮ່ວມຜະລິດຂອງ DogHouse Films ແລະ ການສະໜັບສະໜູນທຶນຈາກ FilmFund Luxembourg.

ພວກເຮົາຍິນດີຕ້ອນຮັບທຸກທ່ານສູ່ຄ່ຳຄືນຮູບເງົານີ້ ພາຍໃຕ້ບັນຍາກາດຂອງຊຸມຊົນຝຣັ່ງໂກໂຟນີ.

❗️ວັນສຸກ, ວັນທີ 27 ມີນາ, ເວລາ 18:30 ໂມງ ທີ່ສະຖາບັນຝຣັ່ງ ຫຼວງພະບາງ

🎟 ເຂົ້າຊົມຟຣີ – ຈຳນວນບ່ອນນັ່ງມີຈຳກັດ.

----------------------------

🎬 Mois de la Francophonie - Projection spéciale ce soir à 18h30 à Luang Prabang

Dans le cadre du Mois de la Francophonie, nous avons le plaisir de vous inviter à la projection du film d’animation ‘Saules aveugles, femme endormie’, inspiré de l’univers poétique et mystérieux de l’écrivain japonais Haruki Murakami.

Entre rêve et réalité, le film nous plonge dans un Tokyo étrange et mélancolique où des destins solitaires se croisent… jusqu’à la rencontre inattendue avec une gigantesque grenouille qui tente de sauver la ville. Un récit singulier, à la fois contemplatif, philosophique et empreint d’humour absurde.

Cette œuvre internationale, réalisée par Pierre Földes, a bénéficié d’une participation française, canadienne et luxembourgeoise, notamment à travers la coproduction de DogHouse Films et le soutien du Luxembourg FilmFund.

Nous serions ravis de vous accueillir pour cette soirée cinéma dans l’esprit de la francophonie.

❗️Vendredi, 27.3., à 18h30 à l’Institut Français de Luang Prabang

🎟 Entrée libre – dans la limite des places disponibles.

Institut français du Laos
Blue Chair

ຂອບໃຈທຸກໆທ່ານທີ່ໄດ້ເຂົ້າຮ່ວມການສາຍຮູບເງົາໃນຄືນທີ່ຜ່ານມາກັບພວກເຮົາ ເປັນສ່ວນໜຶ່ງຂອງ  ! ຍັງເຫຼືອອີກ 2 ຄືນ 2 ຮູບເງົາ, ຢ່າລືມ...
26/03/2026

ຂອບໃຈທຸກໆທ່ານທີ່ໄດ້ເຂົ້າຮ່ວມການສາຍຮູບເງົາໃນຄືນທີ່ຜ່ານມາກັບພວກເຮົາ ເປັນສ່ວນໜຶ່ງຂອງ ! ຍັງເຫຼືອອີກ 2 ຄືນ 2 ຮູບເງົາ, ຢ່າລືມມາເບິ່ງນຳກັນເດີ!

ທີ່ ສະຖາບັນຝຣັ່ງ ບ້ານວັດຫນອງ, ຫຼວງພະບາງ
ຮູບເງົາພາສາຝຣັ່ງ – ມີຄຳບັນຍາຍພາສາອັງກິດ,
ເວລາສາຍຮູບເງົາ 18:30, ເຂົ້າຊົມຟຣີ!

Thank you to all who joined us for last night's screening as a part of ! The fun doesn't stop, as tonight we'll continue with our second free screening, here in Luang Prabang. Join us at the Institut français du Laos à Luang Prabang at 6:30 for tonight's screening of Mary Anning. The film is in French with English subtitles, and family-friendly so feel free to bring the whole family!

🎬🇨🇭International Francophonie Day is approaching!

To celebrate the French language, Switzerland is bringing a Swiss animated film to Laos.

Join us at the Institut français du Laos for a special screening of “Mary Anning – Chasseuse de fossiles”, winner of the Locarno Kids Award, a captivating animated film inspired by the story of the young fossil hunter Mary Anning. 🦕✨ 

📍 Institut français du Laos à Vientiane – 20 March 18:30
📍 Institut français du Laos à Luang Prabang – 26 March 18:30

Free Entry! with English subtitle 💛

Come celebrate cinema, language and discovery with us! 🍿🎥 Ambassade de France au Laos / ສະຖານທູດຝຣັ່ງ ປະຈຳ ສປປ ລາວ | AUF-Laos

Check out the Asian Short Film Fund from HKIFF Industry, with an incredible lineup of mentors. The ASFF will accept subm...
25/03/2026

Check out the Asian Short Film Fund from HKIFF Industry, with an incredible lineup of mentors. The ASFF will accept submissions from 10 April to 5 June 2026. Take a look at the eligibility requirements and application here! https://industry.hkiff.org.hk/asff

ຮ່ວມສະເຫຼີມສະຫຼອງຟຣັງໂກໂຟນີ ເທີງຫນ້າຈໍໃຫຍ່ ທີ່ຫຼວງພະບາງ, 3 ຮູບເງົາ ຈາກ 3 ປະເທດ, 3 ຄ່ຳຄືນ ໃນລະຫວ່າງວັນທີ 25-27 ມີນານີ້!ທີ...
24/03/2026

ຮ່ວມສະເຫຼີມສະຫຼອງຟຣັງໂກໂຟນີ ເທີງຫນ້າຈໍໃຫຍ່ ທີ່ຫຼວງພະບາງ, 3 ຮູບເງົາ ຈາກ 3 ປະເທດ, 3 ຄ່ຳຄືນ ໃນລະຫວ່າງວັນທີ 25-27 ມີນານີ້!

ທີ່ ສະຖາບັນຝຣັ່ງ ບ້ານວັດຫນອງ, ຫຼວງພະບາງ
ຮູບເງົາພາສາຝຣັ່ງ – ມີຄຳບັນຍາຍພາສາອັງກິດ,
ເວລາສາຍຮູບເງົາ 18:30, ເຂົ້າຊົມຟຣີ!

Beginning this Wednesday, join in celebrating Francophone Month at the Institut français du Laos à Luang Prabang with three free film screenings! All screenings are open to the public and begin at 18:30. See below for the full list of films! Special thank you to Institut français du Laos, Embassy of Canada, Embassy of Luxembourg, Swiss Cooperation Mekong for all their hard work on these screening events. See you there!

ມາຮ່ວມສະເຫຼີມສະຫຼອງເດືອນແຫ່ງພາສາຝຣັ່ງ (Mois de la Francophonie) ເຊີນຊວນມາເບິ່ງການສາຍຮູບເງົາພິເສດຢູ່ທີ່ສະຖາບັນຝຣັ່ງ, ບ້ານ...
19/03/2026

ມາຮ່ວມສະເຫຼີມສະຫຼອງເດືອນແຫ່ງພາສາຝຣັ່ງ (Mois de la Francophonie) ເຊີນຊວນມາເບິ່ງການສາຍຮູບເງົາພິເສດຢູ່ທີ່ສະຖາບັນຝຣັ່ງ, ບ້ານວັດຫນອງ ຫຼວງພະບາງ ໃນວັນພຸດ ທີ 25 ມີນານີ້! ຮູບເງົາສາລະຄະດີ Sur la corde raide! - ຮູບເງົາຈາກປະເທດການາດາ, ເວລາ 18:45 ໂມງ ແລະ ງານເຂົ້າຊົມຟຣີ! ງານນີ້ຖືເປັນການເລີ່ມຕົ້ນໂອກາດດີໆ ໃນການຮັບຊົມຮູບເງົາໃນທ້າຍເດືອນນີ້: ເຊິ່ງຈະມີການສາຍໃຫ້ເບິ່ງຟຣີເຖິງ 3 ແລງ ຕິດຕໍ່ກັນ. ແລ້ວພົບກັນຢູ່ງານເດີ້!

Check out this film screening, here in Luang Prabang, next Wednesday! You won't want to miss it. This documentary Sur la corde raide! will be shown at 18:45 at the French Institute, and entry is free! This event kicks off an incredible opportunity to watch some movies at the end of this month: 3 free screenings across 3 evenings. See you there!

CIFF is just around the corner, beginning on 25 March! Check out their film lineup here 🙌
18/03/2026

CIFF is just around the corner, beginning on 25 March! Check out their film lineup here 🙌

Address

Ban Pongkham
Luang Prabang
06000

Alerts

Be the first to know and let us send you an email when Blue Chair posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Blue Chair:

Share

Category