Laos Pavilion. World Expo 2025 Osaka

Laos Pavilion. World Expo 2025 Osaka Contact information, map and directions, contact form, opening hours, services, ratings, photos, videos and announcements from Laos Pavilion. World Expo 2025 Osaka, Convention Center, phonxay, Vientiane.

ວັນທີ 2 ຕຸລາ, ຄະນະນ້ອງນັກສຶກສາລາວ ຈຳນວນ 15 ຄົນ ພາຍໃຕ້ໂຄງການ JENESYS 2025 ໄດ້ເຂົ້າມາຢ້ຽມຢາມ ຫ້ອງວາງສະແດງແຫ່ງຊາດລາວ ທີ່ງານ...
07/10/2025

ວັນທີ 2 ຕຸລາ, ຄະນະນ້ອງນັກສຶກສາລາວ ຈຳນວນ 15 ຄົນ ພາຍໃຕ້ໂຄງການ JENESYS 2025 ໄດ້ເຂົ້າມາຢ້ຽມຢາມ ຫ້ອງວາງສະແດງແຫ່ງຊາດລາວ ທີ່ງານວາງສະແດງໂລກ World Expo 2025 Osaka, Japan. ເຊິ່ງ ໄດ້ນໍາພານ້ອງນັກສຶກສາທັດສະນະທ່ຽວຊົມ ແລະ ຮັບຟັງ ເນື້ອໃນຂອງຫ້ອງວາງສະແດງ ຂອງ ສປປ ລາວ. ພ້ອມກັນນັ້ນ ທ່ານ ຫົວໜ້າ ຫ້ອງວາງສະແດງ ຍັງໄດ້ປະຖົມນິເທດ ກ່ຽວກັບວຽກງານວາງສະແດງໂລກ ແລະ ການເຂົ້າຮ່ວມງານວາງສະແດງໂລກ ຂອງ ສປປ ລາວ ໃນໄລຍະຜ່ານມາ ໃຫ້ກັບນ້ອງນັກສຶກສາລາວ ໄດ້ເຂົ້າໃຈວຽກງານວາງສະແດງໂລກຫຼາຍຂຶ້ນ ແລະ ເປົ້າໝາຍໃນການເຂົ້າຮ່ວມ ຂອງ ສປປ ລາວ ໃນເວທີສາກົນ.

ໃນວັນທີ 02 ຕຸລາ 2025 ຄະນະຜູ້ແທນ ຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ຂອງສະພາແຫ່ງຊາດ ນຳໂດຍ ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການຄ...
07/10/2025

ໃນວັນທີ 02 ຕຸລາ 2025 ຄະນະຜູ້ແທນ ຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ຂອງສະພາແຫ່ງຊາດ ນຳໂດຍ ທ່ານ ນາງ ທຸມມາລີ ວົງພະຈັນ ກຳມະການຄະນະປະຈຳ, ປະທານກຳມາທິການຍຸຕິທຳ, ປະທານຄະນະມິດຕະພາບລັດຖະບານລາວ-ຍີ່ປຸ່ນຂອງສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ຈຳນວນ 10 ທ່ານ ໄດ້ເດີນທາງຢ້ຽມຢາມຫ້ອງວາງສະແດງລາວ ໃນງານວາງສະແດງໂລກ 2025 ເມືອງ ໂອຊາກ້າ, ພູມມິພາກຄັນໄຊ, ປະເທດຍີ່ປຸ່ນ .World Expo2025, Osaka, Japan.
ນອກນັ້ນ, ຄະນະກໍ່ໄດ້ໄປຢ້ຽມຢາມຫ້ອງວາງສະແດງປະເທດຫວຽດນາມ, ປະເທດຈີນ ແລະ ປະເທດຍີ່ປຸ່ນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ບັນລະຍາຍເຖິງຄວາມເປັນມາ ແລະ ການນຳສະເໜີເນື້ອໃນຂອງຫ້ອງວາງສະແດງ.

ໃນວັນທີ 8 ສິງຫາ 2025  ຫ້ອງວາງສະແດງແຫ່ງຊາດລາວ ໄດ້ຕ້ອນຮັບການມາຢ້ຽມຢາມຂອງທ່ານ H.E Satvinder SINHG, ຮອງເລຂາທີການອາຊຽນ ເນື່ອງ...
03/10/2025

ໃນວັນທີ 8 ສິງຫາ 2025 ຫ້ອງວາງສະແດງແຫ່ງຊາດລາວ ໄດ້ຕ້ອນຮັບການມາຢ້ຽມຢາມຂອງທ່ານ H.E Satvinder SINHG, ຮອງເລຂາທີການອາຊຽນ ເນື່ອງໃນໂອກາດການມາເປັນປະທານຮ່ວມສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ທີ່ຈັດຂຶ້ນໃນງານວາງສະແດງໂລກ EXPO 2025 Osaka.

ວັນທີ 4 ກັນຍາ 2025 ຄະນະປະຈໍາການຫ້ອງວາງສະແດງແຫ່ງຊາດລາວ, Expo 2025 Osaka ໄດ້ຕ້ອນຮັບ ທ່ານ ນາງ Dato Astanah Abdul Aziz, Depu...
26/09/2025

ວັນທີ 4 ກັນຍາ 2025 ຄະນະປະຈໍາການຫ້ອງວາງສະແດງແຫ່ງຊາດລາວ, Expo 2025 Osaka ໄດ້ຕ້ອນຮັບ ທ່ານ ນາງ Dato Astanah Abdul Aziz, Deputy Secretary-General of ASEAN for ASEAN Political-Security Community ມາຢ້ຽມຢາມຫ້ອງວາງສະແດງ ເນື່ອງໃນໂອກາດການມາເຄື່ອນໄຫວວຽກງານຂອງ ກອງເລຂາອາຊຽນ ທີ່ງານວາງສະແດງໂລກ Expo 2025 Osaka.

ໃນວັນທີ 25 ກັນຍາ 2025 ຄະນະປະຈໍາການ ຫ້ອງວາງສະແດງແຫ່ງຊາດລາວ Expo 2025 Osaka, ໄດ້ເປັນກຽດ ຕ້ອນຮັບ ເຈົ້າຊາຍ Fumihito ອົງລັດຊະ...
26/09/2025

ໃນວັນທີ 25 ກັນຍາ 2025 ຄະນະປະຈໍາການ ຫ້ອງວາງສະແດງແຫ່ງຊາດລາວ Expo 2025 Osaka, ໄດ້ເປັນກຽດ ຕ້ອນຮັບ ເຈົ້າຊາຍ Fumihito ອົງລັດຊະທາຍາດອັນດັບ 1 ແລະ ເຈົ້າຊາຍ Hisahito ອົງລັດຊະທາຍາດອັນດັບ 2 ຂອງ ຣາຊວົງຍີປຸ່ນ ມາຢ້ຽມຢາມຫ້ອງວາງສະແດງແຫ່ງຊາດລາວ ແລະ ເຈົ້າຊາຍ Fumihito ໄດ້ກ່າວຄວາມຍິນດີ ໃນການເຂົ້າຮ່ວມງານ ຂອງ ສປປ ລາວ ແລະ ມີປະທັບໃຈຕໍ່ກັບ ປະເທດລາວ ທີ່ທ່ານເຄີຍໄປຢ້ຽມຢາມ ໃນ 3 ຄັ້ງຜ່ານມາ.

ໃນລະຫວ່າງວັນທີ 3-4 ກັນຍາ 2025 ກົມການຄ້າຕ່າງປະເທດ , ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມຫັດຖະກຳລາວ ໄດ້ນໍາພາຊ່າງຫັດຖະ...
08/09/2025

ໃນລະຫວ່າງວັນທີ 3-4 ກັນຍາ 2025 ກົມການຄ້າຕ່າງປະເທດ , ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະມາຄົມຫັດຖະກຳລາວ ໄດ້ນໍາພາຊ່າງຫັດຖະກຳລາວ ເຂົ້າຮ່ວມກິດຈະກຳ ສັບປະດາຫັດຖະກຳລາວ ໃນງານວາງສະແດງໂລກ Expo2025 Osaka, Japan ທີ່ເມືອງ ໂອສະກາ, ປະເທດ ຍີ່ປຸ່ນ
ຈຸດປະສົ່ງໃນການສ້າງກິດຈະກຳ ສັບປະດາຫັດຖະກຳລາວ ເພື່ອສ້າງສີສັນ ແລະ ດຶງດູດຄວາມໜ້າສົນໃຈ ພ້ອມກັບໂຄສະນາ ເຜີຍແພ່ສິລະປະວັດທະນະທໍາ ໃນດ້ານຫັດຖະກຳຂອງລາວ ສີໄມ້ລາຍມືອັນປານີດຂອງຊາວຊ່າງຫັດຖະກຳລາວ ດ້ານການຫຍິບປັກທັກແສ່ວ,ການຕໍ່າຫູກທໍໄໝ ແລະ ຄວາມມະຫັດສະຈັນຂອງລວດລາຍລາວ ໂດຍສະເພາະແມ່ນລວດລາຍນາກທີ່ໄດ້ຮັບເປັນມໍລະດົກໂລກທາງ. ດ້ານນາມມະທໍາຈາກອົງການ UNESCO ແລະ ອີກປະການໜຶ່ງກໍ່ໄດ້ເຜີຍແພ່ວັດທະນະທໍາ ຮິດຄອງປະເພນີ ການດຳລົງຊິວິດຂອງຊາວລາວ ເພື່ອດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວເຂົ້າຊົມປະເທດລາວໃຫ້ຫລາຍຂື້ນ
ພາຍໃນງານດັ່ງກ່າວ ໄດ້ສ້າງກິດຈະກຳຫລາກຫລາຍ. ໃນນັ້ນ, ມີການວາງສະແດງສິນຄ້າລາວໄຫມ, ຜ້າຝ້າຍ, ມີການບັນຍາຍນຳສະເຫນີ ຄວາມເປັນຜ້າລາຍນາກຂອງລາວ, ສາທິດການປັກດິ້ງ, ສານຜ້າບ່ຽງໄໝຄໍາ, ຕໍ່າກີ້ແອວ ຈາກແຂວງສາລະວັນ, ປັກແຊວຜ້າຂອງຊົນເຜົ່າ, ບັນລະຍາຍຂະບວນການປູກມອນລ້ຽງມ້ອນ ແລະ ສາທິດສາວໄຫມ, ນອກນັ້ນ ຍັງໄດ້ສ້າງກິດຈະກຳຄຶກຄັກ ຫລິ້ນເກມຕອບ- ຖາມ ຮັບລາງວັນຂອງທີ່ລະນືກ ແລະ ເດີນແບບຊຸດຊົນເຜົ່າຂອງລາວຟ້ອນລຳວົງລາວ ງານດັ່ງກ່າວໄດ້ຮັບຄວາມສົນໃຈຫລາຍຈາກ ຄົນຍິ່ປຸ່ນ ແລະ ຕ່າງປະເທດ.
,

28/08/2025
28/08/2025

Laos pavilion by Asean

ຮູບພາບ ແລະ ບັນຍາກາດງານສັບປະດາວັດທະນາທຳ, ການສະແດງສິນລະປະລາວໃນວັນທີ 23 ສິງຫາ 2025 ຈາກທີມສິນລະປະດ່ານຊ້າງ ແລະ ກົມໂຄສະນາການທ່...
28/08/2025

ຮູບພາບ ແລະ ບັນຍາກາດງານສັບປະດາວັດທະນາທຳ, ການສະແດງສິນລະປະລາວໃນວັນທີ 23 ສິງຫາ 2025 ຈາກທີມສິນລະປະດ່ານຊ້າງ ແລະ ກົມໂຄສະນາການທ່ອງທ່ຽວ, ກະຊວງວັດທະນາທຳ ແລະ ທ່ອງທ່ຽວ ໃນງານວ່າງສະແດງໂລກ 2025 ໂອຊາກ້າ ປະເທດຍີ່ປຸ່ນ (Expo2025 Osaka, Japan). ນອກນັ້ນ, ບໍລິສັດ ລາວເກດເວ ຈຳກັດ ໄດ້ປະກອບສ່ວນໃນການເຮັດກິດຈະກຳ ຖາມ-ຕອບ ແລະ ແຈກຂອງທີລະລຶກໃຫ້ກັບນັກທ່ອງທ່ຽວພາຍໃນງານ.

11/08/2025

ງານວັນສ້າງຕັ້ງ ASEAN .

ວັນທີ 8 ສິງຫາ 2025. ເປັນງານ ASEAN Day.  ເຊິ່ງຄົບຮອບ 58 ປີ.   ມີຄະນະປະຈໍາການຫ້ອງວາງສະແດງແຫ່ງຊາດລາວເຂົ້າຮ່ວມວັນສ້າງຕັ້ງ AS...
11/08/2025

ວັນທີ 8 ສິງຫາ 2025. ເປັນງານ ASEAN Day. ເຊິ່ງຄົບຮອບ 58 ປີ. ມີຄະນະປະຈໍາການຫ້ອງວາງສະແດງແຫ່ງຊາດລາວເຂົ້າຮ່ວມວັນສ້າງຕັ້ງ ASEAN ແລະ ເດີນຂະບວນ Parade.

ວັນທີ 7 ສິງຫາ 2025  ASEAN Pavilion ຮ່ວມກັບ Laos Pavilion ໄດ້ຈັດກິດຈະກໍາ Music Collective ຂອງ C-ASEAN Consonant ຢູ່ທີ່ Ce...
11/08/2025

ວັນທີ 7 ສິງຫາ 2025 ASEAN Pavilion ຮ່ວມກັບ Laos Pavilion ໄດ້ຈັດກິດຈະກໍາ Music Collective ຂອງ C-ASEAN Consonant ຢູ່ທີ່ Center Stage, COMMONS-D ເຊິ່ງກິດຈະກໍາໄດ້ນໍາສະເໜີບົດເພງຈາກສຽງແຄນລາວ ໂດຍນໍາໃຊ້ເຄື່ອງດົນຕີ 4 ປະເທດປະສານສຽງ ໄດ້ແກ່ Khane (Lao Mouth organ), Gambus Melayu (Malaysia), Ching (Thailand), Rebana Drum (Brunei).
ນັກດົນຕີ:
Malaysia: Mr. Noor Leyzam Ali
Lao PDR: Mr. Tossaporn Tassana
Myanmar: Ms. Thazin Htwe
Brunei: Mr. Sukirman bin Sugadto

Address

Phonxay
Vientiane
0100

Website

Alerts

Be the first to know and let us send you an email when Laos Pavilion. World Expo 2025 Osaka posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share