ລາຍການເມຕຕາທັມ

ລາຍການເມຕຕາທັມ ເຜີຍແຜ່ຫຼັກຄຳສອນໃນທາງພຣະພຸດທະສາສະຫນາ

13/08/2026

ເລື່ອງ: ບຸນເຂົ້າພັນສາ
ທີ່ ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
ຄັ້ງທີ 29 ກໍລະກົດ 2026

 #ສົ່ງສະການ ພະນະທ່ານ ປອ ໄຊສົມພອນ ພົມວິຫານ ອະດິດກຳມະການກົມການເມືອງສູນກາງພັກ ອະດິດປະທານສະພາແຫ່ງຊາດ ສປປ ລາວ —ຂໍໃຫ້ດວງວິນຍານ...
12/08/2026

#ສົ່ງສະການ
ພະນະທ່ານ ປອ ໄຊສົມພອນ ພົມວິຫານ ອະດິດກຳມະການກົມການເມືອງສູນກາງພັກ ອະດິດປະທານສະພາແຫ່ງຊາດ ສປປ ລາວ

ຂໍໃຫ້ດວງວິນຍານໄປສູ່ສຸຄະຕິ ສະຫວັນຊັ້ນຟ້າພຸ້ນເທີ້ນ

ເດີ່ນພຣະທາດຫຼວງວຽງຈັນ

12 ສິງຫາ 2026

11/08/2026

ເລື່ອງ: ມຸງຄຸນ 38
ບັນຍາຍທັມໂດຍ: ພຣະອາຈານ ປທ ບຸນທະວີ ສີບຸນເຮືອງ
ຮອງຫົວຫນ້າກຳມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກຳມະຖານ ສູນກາງ ອພສ
ໃນໂຄງການບັນພະຊາສາມະເນນ ເກີດມາທັງທີ ເປັນຄົນດີໃຫ້ໄດ້ ຄັ້ງທີ່ 17
ທີ່ສຳນັກວິປັດສະນາກັມມະຖານ ວັດປ່ານາຄູນນ້ອຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ
ຄັ້ງວັນທີ 6-16 ສີງຫາ 2026

11/08/2026
11/08/2026

ເລື່ອງ: ບວດທົດແທນບຸນຄຸນພໍ່ແມ່
ໃນໂຄງການບັນພະຊາສາມະເນນ ແລະ ອົບຮົມສີລະທັມໃຫ້ແກ່ເຍົາວະຊົນ-ຊາວຫນຸ່ມ
ໃນລະຫວ່າງວັນທີ 5-14 ສີງຫາ 2026
ທີ່ ວັດສຸວັນນະພູມມາໄຊຍະຣາມ ບ້ານຫນອງດາ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ

10/08/2026

ເລື່ອງ: ການພັດທະນາທັກສະ ການເຮັດວຽກໃນຊຸມຊົນ ໃຫ້ແກ່ພຣະສົງ ແລະ ຄາລະວາດ
ຄັ້ງວັນທີ 21-24 ກໍລະກົດ 2026
ທີ່ ແຂວງຜົ້ງສາລີ

10/08/2026

ມື້ນີ້ ວັນຈັນ ສິ່ງສຳຄັນຄືໝັ້ນພັດທະນາກາຍ ວາຈາ ໃຈ ໃຫ້ສີຄຸນຄ່າ

09/08/2026

ເລື່ອງ: ກອງປະຊຸມປືກສາຫາລືກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ສູນກາງ ອພສ ແລະ ອພສ ແຂວງຜົ້ງສາລີ
ຄັ້ງວັນທີ 22-24 ກໍລະກົດ 2026
ທີ່ ຫ້ອງປະຊຸມຫ້ອງວ່າການແຂວງຜົ້ງສາລີ

ແຈ້ງຂ່າວພິເສດຂອງຄະນະບໍລິຫານງານສູນກາງພັກສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາ...
08/08/2026

ແຈ້ງຂ່າວພິເສດຂອງຄະນະບໍລິຫານງານສູນກາງພັກ
ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:38 ໂມງ ຂອງວັນທີ 8 ສິງຫາ 2026 ລວມອາຍຸໄດ້ 70 ປີ
-----------
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ພົມວິຫານ ຂໍແຈ້ງຂ່າວໂສກເສົ້າສະຫຼົດໃຈ ມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ: ສະຫາຍ ໄຊສົມພອນ ພົມວິຫານ ກໍາມະ ການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:38 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ.
ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນຳຫຼັກ ແຫຼ່ງ ຂອງສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີພິກໄຫວ, ເປັນຜູ້ມີປະສົບການ ຜ່ານການເປັນການນໍາຢູ່ທ້ອງຖິ່ນ ແລະ ຫຼາຍຂະແໜງການ; ເປັນຜູ້ນໍາທີ່ມີຜົນງານໂດດເດັ່ນ, ຕະ ຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາ ເພື່ອການພັດທະນາປະເທດ ຊາດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວບັນດາເຜົ່າ.
ການຈາກໄປໂດຍບໍ່ມີວັນຈະກັບຄືນມາ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍ ອັນໃຫຍ່ຫຼວງ ສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ.
ໃນເວລາແຫ່ງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້, ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ, ພະນັກ ງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງເອົາຄວາມໂສກເສົ້າສະຫຼົດໃຈ ແລະ ຄວາມອາໄລຮັກ ຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນກຳລັງແຮງ, ສາມັກຄີກັນເປັນປຶກແຜ່ນແໜ້ນໜາອ້ອມຂ້າງຄະນະບໍລິຫານງານສູນກາງພັກ, ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງຊາດ ແລະ ຂອງພັກ, ເດັດດ່ຽວ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ ເຂົ້າສູ່ລວງເລິກ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.
ເພື່ອເປັນການສັນລະເສີນຄຸນງາມຄວາມດີ ແລະ ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ຕໍ່ສະຫາຍ ໄຊສົມພອນ ພົມວິຫານ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ຕົກລົງໄວ້ທຸກລະດັບຊາດ ເປັນເວລາ 5 ວັນ, ໂດຍເລີ່ມແຕ່ວັນທີ 9 ເຖິງວັນທີ 12 ສິງຫາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2026, ທີ່ ສະໜາມຫຼວງ.
ຄະນະບໍລິຫານງານສູນກາງພັກ
ສະພາແຫ່ງຊາດ
ລັດຖະບານ ແຫ່ງ ສປປ ລາວ
ສູນກາງແນວລາວສ້າງຊາດ
ຄອບຄົວ ພົມວິຫານ
_________________

Address

Muang Champhon
Savannahkhét

Telephone

+8562022209652

Website

Alerts

Be the first to know and let us send you an email when ລາຍການເມຕຕາທັມ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ລາຍການເມຕຕາທັມ:

Shortcuts

Share