Business Women's Association

Business Women's Association Business Women Association is an association that gathers Lao business women from almost every industry.

ສະບາຍດີປິໃໝ່ລາວ ພ.ສ 2569
15/04/2026

ສະບາຍດີປິໃໝ່ລາວ
ພ.ສ 2569

ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຂໍສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງ ທ່ານ ນາງ ລັດສະໝີ ເວດສະພົງ, ອະດີດຄະນະບໍລິຫານ ສທຍ ຜູ້...
13/04/2026

ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຂໍສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງ ທ່ານ ນາງ ລັດສະໝີ ເວດສະພົງ, ອະດີດຄະນະບໍລິຫານ ສທຍ

ຜູ້ກ່ຽວໄດ້ມໍລະນະກຳໃນວັນທີ 13 ເມສາ 2026 ເວລາ 11 ໂມງ ລວມອາຍຸໄດ້ 58 ປີ ດ້ວຍພະຍາດຂອງຜູ້ກ່ຽວ ເຊິ່ງເປັນການສູນເສຍບຸກຄະລະກອນຜູ້ສຳຄັນຜູ້ໜຶ່ງຂອງພວກເຮົາ ແລະ ຂໍໃຫ້ດວງວິນຍານຂອງທ່ານຈົ່ງໄປສູ່ສຸຄະຕິດ້ວຍເຖິ້ນ.

ຊາປະນະກິດສົບ ວັນທີ 15 ເມສາ 2026 ທີ່ ວັດທາດຝຸ່ນ ແລະ ວັນທີ 18 ແມ່ນມື້ຕັກບາດ ທີ່ ເຮືອນຂອງເພິ່ນ ທີ່ ບ້ານໜອງຈັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

18/03/2026

ເຈົ້າກຳລັງຊອກຫາທຶນເພື່ອຂະຫຍາຍທຸລະກິດ ແລະ ສ້າງນະວັດຕະກຳໃໝ່ທີ່ຍືນຍົງຢູ່ແມ່ນບໍ່?? 🌱✨
🚀 ໂອກາດດີ ສຳລັບຜູ້ປະກອບການໄວໜຸ່ມ ມາຮອດແລ້ວ!! 💰 ທຶນສົມທົບຂະໜາດນ້ອຍ ໄດ້ເປີດໃຫ້ສະໝັກຂໍທຶນແລ້ວ!
ພວກເຮົາ ໂຄງການລາວຍືນຍາວ (Lasting Laos) ເປີດໂອກາດໃຫ້ MSME ແລະ ຜູ້ປະກອບການໄວໜຸ່ມ ໃນຂະແໜງການທ່ອງທ່ຽວ ທີ່ມີຫົວຄິດປະດິດສ້າງ ແລະ ໃສ່ໃຈສິ່ງແວດລ້ອມ ມາຮ່ວມສ້າງການປ່ຽນແປງໃຫ້ກັບອຸດສາຫະກຳທ່ອງທ່ຽວລາວ ຜ່ານການສົ່ງເສີມເສດຖະກິດໝູນວຽນ ແລະ ການຜະລິດແບບຍືນຍົງ (SCP). 🌍♻️
______________
📌 📌 ຂະແໜງການບູລິມະສິດ:
ຂະແໜງການທີ່ນອນຢູ່ໃນຕ່ອງໂສ້ອຸດສາຫະກຳການທ່ອງທ່ຽວ ເຊັ່ນ: 🏨 ໂຮງແຮມ ແລະ ຮ້ານອາຫານ, ✈️ ບໍລິສັດທ່ອງທ່ຽວ, 🍱 ອາຫານ ແລະ ເຄື່ອງດື່ມ, 🚐 ຄົມມະນາຄົມ ແລະ ຂົນສົ່ງ, 🗿ການບໍລິການການທ່ອງທ່ຽວທາງວັດທະນະທຳ ແລະ ການແປຮູບອາຫານກະສິກຳ.
🌿 ການແປຮູບອາຫານກະສິກຳແບບຍືນຍົງ
🍃 ແຜ່ນແພ ແລະ ເຄື່ອງຫັດຖະກຳທີ່ມີຂັ້ນຕອນການຜະລິດແບບຍືນຍົງ (ເປັນມິດຕໍ່ສິ່ງແວດລ້ອມ)
🎯 ທາງເລືອກທີ່ເປັນນະວັດຕະກໍາໃໝ່ທີ່ຈະຊ່ວຍໃນການກຳຈັດສິ່ງເສດເຫຼືອຈາກພລາສຕິກທີ່ນຳໃຊ້ຄັ້ງດຽວ
🧩 ນະວັດຕະກໍາໃນການຄຸ້ມຄອງສິ່ງເສດເຫຼືອ
♻️ ຂະແໜງການອື່ນໆທີ່ກ່ຽວຂ້ອງກັບເສດຖະກິດໝູນວຽນໃນການທ່ອງທ່ຽວ
📌ເງື່ອນໄຂຜູ້ສະໝັກ:
📍ທຸລະກິດທີ່ຕັ້ງຢູ່: ນະຄອນຫຼວງວຽງຈັນ, ວັງວຽງ, ຫຼວງພະບາງ ແລະ ຈຳປາສັກ.
👥 ກຸ່ມທີ 1: ທຸລະກິດທີ່ມີໃບຢັ້ງຢືນ ລາວຍືນຍາວ (Lasting Laos Certificate) ຫຼື Travelife ທີ່ຍັງບໍ່ໝົດອາຍຸ.
👥 ກຸ່ມທີ 2: ຜູ້ປະກອບການໄວໜຸ່ມ (ອາຍຸ 18-35 ປີ) ທີ່ມີແນວຄິດທຸລະກິດສີຂຽວທີ່ນອນໃນຂະແໜງການທ່ອງທ່ຽວ
✨ 👩‍💼ພິເສດ: ວິສາຫະກິດທີ່ບໍລິຫານໂດຍແມ່ຍິງຈະໄດ້ຮັບການພິຈາລະນາເປັນພິເສດ
❌ ໝົດເຂດສະໝັກ: 30 ເມສາ 2026
📩 ດາວໂຫຼດແບບຟອມສະໝັກໄດ້ທີ່: https://drive.google.com/drive/folders/1o5HYIQmxxfP1jtetpRwPtkBPj7tLygLY?fbclid=IwY2xjawQu1nlleHRuA2FlbQIxMABicmlkETF3Nmw0U2tabUhwS3AzMGpmc3J0YwZhcHBfaWQQMjIyMDM5MTc4ODIwMDg5MgABHrsGBZWq66OmdC2zW9wcEqly9C0PvOqlRBJ6Itx90WkK_3rURDS_veAvQguu_aem_vHpR9I7V84l59B06JYY-bg

👉 ສົ່ງແບບຟອມສະໝັກມາທີ່: [email protected]

European Union in Laos | Plan International Laos | ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ | Plan International Deutschland | EU SWITCH-Asia Programme

ໃນວັນທີ 13 ມີນາ 2026 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2025 ສທຍ ຂຶ້ນທ...
16/03/2026

ໃນວັນທີ 13 ມີນາ 2026 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2025 ສທຍ ຂຶ້ນທີ່ ສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ ແບບເຊິ່ງໜ້າ ແລະ ແບບອອນລາຍ

ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສທຍ, ປະທານ ເຄືອຂ່າຍຜູ້ປະກອຍການແມ່ຍິງອາຊຽນ 2026-2027, ມີຄະນະ ປະທານ ທ່ານ ນ. ສິຣິຄູນ ພູມລາວັນ ຮອງປະທານ ສທຍ, ປະທານ ສະຫະພັນແມ່ຍິງ ຂອງ ສທຍ, ທ່ານ ນ. ດາລີວັນ ສິດພະໄຊ ຮອງປະທານ ສທຍ, ໃຫ້ກຽດເຂົ້າຮ່ວມ ຍັງມີ ທ່ານ ນ. ຈັນເທົາ ປະຖັມມະວົງ ປະທານ ກິດຕິມະສັກ ສທຍ, ທ່ານ ນ. ມະໂນລາ ດາລາວົງ ປະທານ ທີ່ປຶກສາ ສທຍ, ປະທານ, ຮອງປະທານ, ຄະນະບໍລິຫານ ສທຍ ຂັ້ນແຂວງ ພ້ອມດ້ວຍສະມາຊິກທົ່ວປະເທດເຂົ້າຮ່ວມທັງໝົດ 90 ກວ່າທ່ານ.

ໃນກອງປະຊຸມ ທ່ານ ນ. ຈັນທະຈອນ ວົງໄຊ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2025 ແລະ ຜ່ານແຜນການເຄື່ອນໄຫວວຽກງານປະຈຳປີ 2026 ຂອງ ສທຍ, ແຈ້ງລາຍຊື່ຂອງສະມາຊິກ ສທຍ ໃນຂອບເຂດທົ່ວປະເທດໃນປີ 2026 ມີຄື:
1). ສູນກາງ
2). ແຂວງ ຫຼວງນ້ຳທາ
3). ແຂວງ ຫົວພັນ
4). ນະຄອນຫຼວງວຽງຈັນ
5). ແຂວງ ບໍລິຄຳໄຊ
6). ແຂວງ ຄຳມ່ວນ
7). ແຂວງ ສະຫວັນນະເຂດ
8). ແຂວງ ຈຳປາສັກ

ລວມສະມາຊິກທັງໝົດມີ 352 ທ່ານ ແລະ ຈະຂະຫຍາຍສະມາຊິກໄປຍັງແຂວງຕ່າງໆເງື່ອນທີ່ມີໄຂໃນທົ່ວປະເທດ. ນອກຈາກນີ້ທ່ານກໍ່ຍັງໄດ້ແຈ້ງໃຫ້ສະມາຊິກໄດ້ຮັບຮູ້ກ່ຽວກັບຄວາມເປັນມາ, ພາລະບົດບາດ ແລະ ຜົນງານເຄື່ອນໄຫວກ່ຽວກັບວຽກງານຂອງ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN) ແລະ ແຜນກິດຈະກໍາຂອງ AWEN ປີ 2026-2027.

ຈາກນັ້ນ ທ່ານ ນ. ສິຣິຄູນ ພູມລາງວັນ ຜ່ານບົດສະຫຼຸບການຈັດງານເທດສະການອາຫານລາວ 2025 ແລະ ທ່ານ ນ. ດາລີວັນ ສິດພະໄຊ ຜ່ານພາລະບົດບາດ, ໜ້າທີ່ຂອງ ສທຍ, ຂອງສະມາຊິກ, ເງື່ອນໄຂການເຂົ້າເປັນສະມາຊິກ ແລະ ຜົນປະໂຫຍດທີ່ສະມາຊິກຈະໄດ້ຮັບ.

ໃນກອງປະຊຸມດັ່ງກ່າວນີ້ ທ່ານ ນ. ມະໂນລາ ດາລາວົງ ປະທານ ທີ່ປຶກສາ ສທຍ ໄດ້ແຈ້ງໃຫ້ຂາບວ່າ ສທຍ ພວກເຮົາໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດ ແລະ ໄດ້ສະເໝີເອົາ "ລາບ" ເພື່ອຈົດທະບຽນທະບຽນເປັນມໍລະດົກໂລກຂອງ ສປປ ລາວ ເລີ່ມແຕ່ປີຕົ້ນປີ 2025 ທີ່ຜ່ານມາ ເຊິ່ງທາງ ສທຍ ພວກເຮົາໄດ້ຍືນໜັງສືສະເໜີເຖິງອົງການ ຢູເນສໂກ (UNESCO) ໂດຍຜ່ານກະຊວງວັດທະນະທຳ ແລະ ທ່ອງທ່ຽວ

ມາຮອດປັດຈຸບັນເອກະສານຕ່າງໆແມ່ນໄດ້ຜ່ານກວດກາຈາກອົງການ UNESCO ເຫັນວ່າມີເນື້ອໃນສົມບູນ ແລະ ຄົບຖ້ວມ, ໃນປັດຈຸບັນແມ່ນລໍຖ້າໃນການພິຈາລະນາຮັບຮອງເອົາ "ລາບ" ເປັນມໍລະດົກໂລກຂອງ ສປປ ລາວ ຢ່າງເປັນທາງການ. ຈາກນັ້ນ ທ່ານ ນ. ຈັນເທົາ ປະທັມມະວົງ ປະທານ ກິດມະສັກ ສທຍ ໄດ້ໂອ້ລົມສະແດງຄວາມຍ້ອງຍໍ່ຊົມເຊີຍຕໍ່ຜົນສຳເລັດຂອງ ສທຍ ທີ່ຍາດມາໄດ້ໃນປີທີ່ຜ່ານມາ.

 #ປັບໝາກ10ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ຢ່າງສຸດໃຈ ມາຍັງ ທ່ານ ຈຳປາທອງ ທະລົງແສງຈັນ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ຄ...
03/03/2026

#ປັບໝາກ10
ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ຢ່າງສຸດໃຈ ມາຍັງ ທ່ານ ຈຳປາທອງ ທະລົງແສງຈັນ ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ຮອງປະທານ ສະຫະພັນແມ່ຍິງ ສະມາຄົມນັກທຸລະກິດແມ່ຍິງ ທີ່ໄດ້ຖືກຄັດເລືອກເປັນສະມາຊິກສະພາແຫ່ງຊາດ ຊຸດທີ X (ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ)

ອີງຕາມການແຈ້ງການຢ່າງເປັນທາງການຂອງຄະນະກຳມະການເລືອກຕັ້ງລະດັບຊາດ ເລກທີ 91/ຄລຊ ຄັ້ງວັນທີ 2 ມີນາ 2026 ກ່ຽວກັບຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X.

ໃນຂອບເຂດທົ່ວປະເທດມີຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ທັງໝົດຈໍານວນ 175 ທ່ານ ໃນນັ້ນຍິງ 52 ທ່ານ ແລະ ມີຕົວແທນຈາກ ສະມາຄົມນັກທຸລະກິດແມ່ຍິງຂອງພວກເຮົາ 1 ທ່ານ ດັ່ງລາຍຊື່ທີ່ກ່າວມາຂ້າງນີ້ດ້ວຍ ເຊິ່ງເປັນຕົວແທນຂອງພາກທຸລະກິດຂອງແມ່ຍິງຂອງພວກເຮົາ.

#ຢ່າລື່ມກົດໄລກົດແຊຂ່າວບອກຕໍ່ໆກັນໃຫ້ຫລາຍໆເດີ

15/02/2026

ອາຫານພື້ນເມືອງຂອງລາວ ຄື ເຂົ້າໜຽວ ແລະ ລາບ ໄດ້ປະກົດຢູ່ໃນເວັບໄຊທາງການຂອງ UNESCO ຖືກມອງເປັນສັນຍານບວກສຳລັບການຜັກດັນອາຫານລາວເຂົ້າສູ່ການຂຶ້ນທະບຽນ “ມໍລະດົກທາງວັດທະນະທຳຂອງມະນຸດຊາດ” ໃນອະນາຄົດອັນໃກ້ນີ້

ແຫຼ່ງຂ່າວລະບຸວ່າ ໃນຕົ້ນປີ 2025 ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເປັນເຈົ້າການໃນການນຳສະເໜີ ລາບ ເພື່ອຂຶ້ນທະບຽນເປັນມໍລະດົກໂລກຂອງ ສປປ ລາວ ໂດຍໄດ້ຍືນໜັງສືຜ່ານກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ເຖິງ UNESCO ເພື່ອໃຫ້ພິຈາລະນາ.

ການດຳເນີນງານດັ່ງກ່າວ ຖືກມອງເປັນກ້າວສຳຄັນໃນການຍົກລະດັບອາຫານລາວ ໃຫ້ເປັນທີ່ຮູ້ຈັກໃນລະດັບນານາຊາດ ພ້ອມສະທ້ອນອັດລັກ ແລະ ວິຖີຊີວິດຂອງປະຊາຊົນລາວ ທີ່ ລາບ ແມ່ນອາຫານຫຼັກໃນຊີວິດປະຈຳວັນ.

ປັດຈຸບັນ ຂະບວນການຢູ່ໃນຂັ້ນການພິຈາລະນາ ໂດຍຄາດວ່າ ປະມານເດືອນ 9 ປີ 2026 UNESCO ຈະປະກາດຜົນຢ່າງເປັນທາງການວ່າ: ລາບ ຂອງລາວ ຈະໄດ້ຮັບການຂຶ້ນທະບຽນ ຫຼື ບໍ່?
ໃນໄລຍະນີ້ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຊີນຊວນປະຊາຊົນລາວທົ່ວປະເທດ ຮ່ວມເປັນກະບອກສຽງ ໂດຍໃຫ້ຖ່າຍຮູບ ແລະ ໂພສການຮັບປະທານ #ລາບ ລົງໃນສື່ອອນໄລນ໌ ເພື່ອໂຄສະນາໃຫ້ຊາວໂລກໄດ້ຮູ້ວ່າ ອາຫານດັ່ງກ່າວເປັນອາຫານລາວແທ້ ແລະ ເປັນສ່ວນໜຶ່ງໃນອັດຕະລັກຂອງຊາດ.

ທັງນີ້ ຜົນການພິຈາລະນາຈາກ UNESCO ໃນປີ 2026 ຈະເປັນອີກໝຸດໝາຍສຳຄັນ ທີ່ຊີ້ວັດການຜັກດັນອາຫານລາວສູ່ລະດັບໂລກ ແລະ ເສີມສ້າງພາບລັກຂອງປະເທດໃນດ້ານວັດທະນະທຳ ແລະ ການທ່ອງທ່ຽວ.

ຂໍ້ມູນ: Business Women's Association

ເຢໆ!! ໄດ້ເຫັນ  #ເຂົ້າໜຽວ ແລະ  #ລາບ ໄດ້ປະກົດຂື້ນຢູ່ໃນເວັບໄຊ້ ຂອງອົງການ ຢູເນສໂກ (UNESCO) ແລ້ວເຊິ່ງໃນຕົ້ນປີ 2025  ສະມາຄົມນັ...
15/02/2026

ເຢໆ!! ໄດ້ເຫັນ #ເຂົ້າໜຽວ ແລະ #ລາບ ໄດ້ປະກົດຂື້ນຢູ່ໃນເວັບໄຊ້ ຂອງອົງການ ຢູເນສໂກ (UNESCO) ແລ້ວ

ເຊິ່ງໃນຕົ້ນປີ 2025 ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຂອງພວກເຮົາ ໄດ້ເປັນເຈົ້າການໃນການນຳສະເໝີເອົາ #ລາບ ເພື່ອຂຶ້ນທະບຽນເປັນມໍລະດົກໂລກຂອງ ສປປ ລາວ ເຊິ່ງທາງ ສທຍ ໄດ້ຍືນໜັງສືສະເໜີເຖິງອົງການ ຢູເນສໂກ (UNESCO) ໂດຍຜ່ານກະຊວງວັດທະນະທຳ ແລະ ທ່ອງທ່ຽວ

ເພື່ອຕ້ອນຮັບຜົນສຳເລັດອັນຍິ່ງໃຫຍ່ຂອງ ສສປ ລາວທີ່ໃກ້ຈະມາເຖິງນີ້. ສະນັ້ນໃນໄລຍະນີ້ຂໍຄວາມຮ່ວມມືນຳປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະທດ ມື້ໃດທ່ານໄດ້ຮັບປະທານອາຫານ #ລາບ ກໍ່ຂໍໃຫ້ທ່ານໂພສລົງໂຊຊຽວ ໂຄສະນາ ເພື່ອເປັນກະບອກສຽງໃຫ້ໂລກຮູ້ວ່າ #ລາບ ເປັນສ່ວນໜຶ່ງໃນຊີວິດປະຈຳວັນຂອງຄົນລາວ ເພື່ອໃຫ້ໂລກໄດ້ຮັບຮູ້ວ່າລາບແມ່ນອາຫານລາວແທ້ໆ.

ປະມານເດືອນ 9 ປີ 2026 ນີ້ ທາງອົງການຢູເນສໂກ (UNESCO) ຈະໄດ້ປະກາດຜົນຢ່າງເປັນທາງການວ່າ #ລາບ ຂອງລາວເຮົາ ຈະໄດ້ຮັບເປັນມໍລະດົກໂລກ ຫລື ບໍ່? ຖ້າຕີດຕາມເບິ່ງຜົນໄປນຳກັນເດີ, ຢ່າລື່ມກົດໄລກົດແຊຫຼາຍໆເດີ

ພິເສດຕ້ອງຂໍຂອບໃຈມາຍັງບໍລິສັດເບຍລາວຈຳກັດ ທີ່ໃຫ້ການສະໜັບສະໜູນທາງດ້ານທຶນຮອນ ໃນການລົງເກັບກຳຂໍ້ມູນ ແລະ ຖ່າຍທຳເຮັດວິດີໂອສາລະຄະດີ ແລະ ຂໍຂອບໃຈເປັນຢ່າງສູງມາຍັງລັດຖະບານແຫ່ງ ສປປ ລາວ ກໍ່ຄື: ກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ທີ່ເອື້ອອຳນວຍຄວາມສະດວກທາງດ້ານເອກະສານ ໃນການສະເໜີເອົາລາບເປັນມໍລະດົກໂລກຂອງລາວເຮົາໃນຄັ້ງນີ້ດ້ວຍ


#ສະມາຄົມນັກທຸລະກິແມ່ຍິງ
#ບໍລິສັດເບຍລາວຈຳກັດ

09/02/2026

ກອງປະຊຸມ ຄະນະບໍລິຫານງານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ASEAN Women Entrepreneur Network (AWEN) Board Meeting ເຊິ່ງໄດ້ຈັດຂື້ນໃນວັນທີ 29 ມັງກອນ 2026 ທີ່ ໂຮງແຮມ ລາວພລາຊາ ທີ່ ຄອນຫຼວງວຽງຈັນ ສປປ ລາວ.

ເຊິ່ງເປັນກອງປະຊຸມຂອງ ຄະນະ AWEN ຄັ້ງທຳອິດທີ່ຈັດຂຶ້ນຢູ່ ສປປ ລາວ ພາຍຫຼັງ ສປປ ລາວ ກໍ່ຄືສະມາຄົມນັກທຸລະກິດແມ່ຍິງ ພວກ​ເຮົາໄດ້ຮັບຫນ້າທີ່ເປັນປະທານ AWEN ເລີ່ມແຕ່ຕັ້ງເດືອນມັງ 2026 ຫາ ປີ 2027.

ກອງປະຊຸມດັ່ງກ່າວນີ້ໂດຍພາຍໃຕ້ການເປັນຂອງ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ, ປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN), ມີບັນດາສະມາຊິກຂອງ AWEN ຈາກ 11 ປະເທດອາຊຽນເຂົ້າຮ່ວມ ໃນນັ້ນ ມີທັງປະທານ AWEN ຂອງແຕ່ລະປະເທດ ແລະ ຜູ້ປະສານ​ງານ (Focal Points) ເຂົ້າຮ່ວມ)

ກອງປະຊຸມຄັ້ງນີ້ແມ່ນໄດ້ປຶກສາຫາລືກັນ ເພື່ອປັບປຸງດ້ານໂຄງສ້າງ, ກົດລະບຽບ (TOR) ຂອງ AWEN, ທົບທວນຄືນຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ແຜນຍຸດທະສາດສຳລັບສົກປີ 2026–2027 ໃຫ້ມີຄວາມເຂັ້ມແຂງ ແລະ ການຈັດຕັ້ງປະຕິບັດວຽກວຽກໃຫ້ມີປະສິທິພາບສູງ, ໃຫ້ມີການຈະເລີນເຕີບໂຕ ແລະ ຍືນຍົງ.

ທ່ານ ນ. ຈຳປາທອງ ທະລົງແສງຈັນຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ຮອງປະທານ ສະຫະພັນແມ່ຍິງ ສະມາຄົມນັກທຸລະກິດແມ່ຍິງ ພວກເຮົາໄດ...
08/02/2026

ທ່ານ ນ. ຈຳປາທອງ ທະລົງແສງຈັນ

ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ຮອງປະທານ ສະຫະພັນແມ່ຍິງ ສະມາຄົມນັກທຸລະກິດແມ່ຍິງ ພວກເຮົາໄດ້ລົງສະໝັກສະມາຊິກສະພາແຫ່ງຊາດຊຸດທີ X ເຂດເລືອກຕັ້ງທີ 1, ນະຄອນຫຼວງວຽງວຽງຈັນ

ເຊິ່ງເປັນຕົວແທນຫນຶ່ງດຽວ ຈາກມາຄົມນັກທຸລະກິດແມ່ຍິງ ພວກເຮົາ ແລະ ເປັນຕົວແທນຂອງພາກທຸລະກິດແມ່ຍິງ.

ຂໍຝາກເຖິງນັກທຸລະກິດແມ່ຍິງທຸກທ່ານ ເປັນກຳລັງໃຈ ແລະ ຮ່ວມຈິດຮ່ວມໃຈເຊຍເພິ່ນແດ່ເດີ.

ຂໍຂອບໃຈ

ໃນວັນທີ 27-29 ມັງກອນ 2026 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງ, ໃນນາມເປັນປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ASEAN Women E...
04/02/2026

ໃນວັນທີ 27-29 ມັງກອນ 2026 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງ, ໃນນາມເປັນປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ASEAN Women Entrepreneur Network (AWEN) ໄດ້ຈັດກອງປະຊຸມໃນ 3 ຫົວຂໍ້:

1), AWEN Reflection Workshop on Leadership and Governance. 2), Preparing to Export to the UK: Train the Trainer (ToT) on Legal and Regulatory Export Procedures and Standards. 3), ກອງປະຊຸມ AWEN Board Meeting ທີ່ ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ,ສປປ ລາວ ເຊິ່ງເປັນກອງປະຊຸມຄະນະ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຄັ້ງທຳອິດທີ່ຈັດຂຶ້ນຢູ ສປປ ລາວ.

ກອງປະຊຸມດັ່ງກ່າວນີ້ໂດຍການເປັນປະທານຂອງ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ, ປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN) ແລະ ພ້ອມນັ້ນໃຫ້ກຽດເຂົ້າເປັນຄະນະປະທານຮ່ວມໃນກອງປະຊຸມໂດຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ Tanvir Ahmad, ທີ່ປຶກສາອາວຸໂສຂອງໂຄງການ She Trades Hubs of Asia ສູນການຄ້າສາກົນ (ITC), ທ່ານ ນ. Anna Moscuzza, ຮັກສາການຮອງທູດ ສະຖານທູດອັງກິດ ປະຈຳ ນະຄອນຫຼວງວຽງຈັນ, ທ່ານ ນ. Anette Baleda, ຮອງຜູ້ອຳນວຍການຝ່າຍປະຕິບັດການ ຫ້ອງການຜູ້ອຳນວຍການ, ຄະນະກໍາມະການອາຊຽນວ່າດ້ວຍແມ່ຍິງ ACW ປະຈໍາຢູ່ປະເທດ ຟີລິບປິນ ແລະ ມີບັນດາປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນຂອງແຕ່ປະເທດຈາກປະເທດສະມາຊິກອາຊຽນ ທັງ 11 ປະເທດເຂົ້າຮ່ວມ ພ້ອມດ້ວຍຜູ້ປະສານງານ, ຊ່ຽວຊານຈາກສູນການຄ້າສາກົນ (ITC) ຜູ້ຕາງໜ້າຈາກ ສູນກາງສະຫະພັນແມ່ຍິງລາວ ແລະ ຜູ້ເຂົ້າຝຶກອົບຮົມຮ່ວມທັງໝົດ 46 ທ່ານ.

ກອງປະຊຸມດັ່ງກ່າວ ໂດຍໄດ້ຮັບການສະໜັບສະໜັບໜູນື ຈາກສູນການຄ້າສາກົນ (ITC) ເພື່ອສຸມໃສ່ວຽກວຽກບຸລິມະສິດຂອງ AWEN ແລະ ສົ່ງເສີມເປັນຜູ້ປະກອບການຂອງແມ່ຍິງໃນອາຊຽນ ໂດຍແນ່ໃສ່ການພັດທະນາຍຸດທະສາດຂອງ AWEN ໃນໄລຍະຍາວ, ການຍົກລະດັບຂີດຄວາມສາມາດດ້ານການບໍລິຫານ ແລະ ການເປັນຜູ້ນຳ, ໃຫ້ແກ່ສະມາຊິກໃນເຄືອຂ່າຍ, ປັບປຸງດ້ານໂຄງສ້າງ, ກົດລະບຽບ (TOR) ຂອງ AWEN, ທົບທວນຄືນຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ແຜນຍຸດທະສາດສຳລັບສົກປີ 2026–2027 ໃຫ້ມີຄວາມເຂັ້ມແຂງ ແລະ ການຈັດຕັ້ງປະຕິບັດວຽກວຽກໃຫ້ມີປະສິທິພາບສູງ, ໃຫ້ມີການຈະເລີນເຕີບໂຕ ແລະ ຍືນຍົງ.

ພິທີເປີດງານເທດສະການອາຫານລາວປະຈຳປີ 2026 ຄັ້ງວັນທີ 26 ມັງກອນ 2026 ທີ່ ຜ່ານມາ ທີ່ ສວນເຈົ້າອານຸວົງ ນະຄອນວຽງຈັນ ພິທີເປີດດັ່ງກ...
04/02/2026

ພິທີເປີດງານເທດສະການອາຫານລາວປະຈຳປີ 2026 ຄັ້ງວັນທີ 26 ມັງກອນ 2026 ທີ່ ຜ່ານມາ ທີ່ ສວນເຈົ້າອານຸວົງ ນະຄອນວຽງຈັນ

ພິທີເປີດດັ່ງກ່າວນີ້ໂດຍເປັນປະທານກ່າວເປີດງານໂດຍ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນ. ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ພ້ອມດ້ວຍບັນດາທ່ານພັນລະຍາການນໍາຂັ້ນສູງ, ທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ທີ່ເປັນເພດຍິງ, ບັນດາການນໍາເພດຍິງ ກະຊວງ, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ, ທ່ານ ນ. ຈັນເທົາ ປະຖັມມະວົງ ປະທານ ກິດຕິມະສັກ ສທຍ, ທ່ານ ນ. ມະໂນລາ ດາລາວົງ ປະທານ ທີ່ປຶກສາ ສທຍ ພ້ອມດ້ວຍຄະນະຄະນະ, ສະມາຊິກ ສທຍ ແລະ ຜູ້ຕາງໜ້າເອກອັກຄະລັດຖະທູດປະເທດຕ່າງໆ, ບັນດາທ່ານພັນລະຍາເອກອັກຄະລັດຖະທູດ, ຕານຸທູດຕ່າງປະເທດປະຈຳ ສປປລາວ ເຂົ້າຮ່ວມ

ຈຸດປະສົງການຈັດງານ ເທດສະການອາຫານລາວ ແມ່ນເພື່ອສືບຕໍ່ອະນຸລັກ ແລະ ສົ່ງເສີມ ວັດທະນະທຳ, ຮີດຄອງປະເພນີດ້ານ ອາຫານ ເອກະລັກຂອງລາວ ເຊິ່ງສ່ອງແສງໃຫ້ເຫັນວິຖີຊີວິດຂອງຄົນລາວທັງຊາດ ໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວມາ ຕະຫລອດຈົນເຖິງທຸກວັນນີ້ 21 ປີພໍດີ. ພ້ອມນີ້ ກໍ່ເພື່ອໂຄສະນາອາຫານລາວໃຫ້ເປັນທີ່ຮູ້ຈັກໃນລະດັບອາຊຽນ, ມື້ນີ້ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ ໄດ້ເປີດງານເທດສະການອາຫານລາວ ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ" (Discover Laos Through It's Taste).
ງານເທດສະການອາຫານປີ 2026 ປີນີ້ ພວກເຮົາໄດ້ຕົບແຕ່ງເຮືອນຄົວລາວບູຮານ, ບູດແຂວງແຫ່ງສະເໜ່ ແຂວງສະຫວັນນະເສດ, ໃນປີນີ້ຈໍານວນມີຮ້ານຂາຍທັງໝົດ 180 ຮ້ານ, ໃນນັ້ນມີຮ້ານອາຫານເອກະລັກຂອງແຕ່ລະທ້ອງຖິ່ນແບບລາວໆ, ມີອາຫານລາວປະຍຸກ, ຂອງຫວານ ເຄື່ອງດື່ມ ,ສິນຄ້າຫັດຖະກຳ, ຈາກພາກເໜືອ, ພາກກາງ ແລະ ພາກໃຕ້ ມາເຕົ້າກັນຢູ່ທີ່ນີ້ບ່ອນດຽວ ແລະ ນອກຈາກນີ້ຍັງມີບູດຂອງບັນດາປະເທດອາຊຽນເຂົ້າຮ່ວມບາງປະເທດ.

Address

LNCCI Building, Kaysone Phomvihane Avenue, Ban Phonphanao Saysettha District
Chanthabouly District

Opening Hours

Monday 08:30 - 16:30
Tuesday 08:30 - 16:30
Wednesday 08:30 - 16:30
Thursday 08:30 - 16:30
Friday 08:30 - 16:30

Telephone

+85621255610

Alerts

Be the first to know and let us send you an email when Business Women's Association posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Business Women's Association:

Share